ເຢຍ​ລະ​ມັນ ແລະ Chad ເນ​ລະ​ເທດ​ເອກ​ອັກ​ຄະ​ລັດ​ຖະ​ທູດຂອງ​ກັນ

(VOVWORLD) -ວັນທີ 11 ເມສາ, ໂຄສົກກະຊວງການຕ່າງປະເທດ ອາເມລິກາ ໄດ້ແຈ້ງໃຫ້ຊາບກ່ຽວກັບຂໍ້ຕົກລົງເນລະເທດ Chad ປະຈຳ ປະເທດນີ້ ພາຍຫຼັງ Chad ມີການກະທຳເຊັ່ນດຽວກັນສຳລັບທ່ານເອກອັກຄະລັດຖະທູດ ເຢຍລະມັນ ປະຈຳ Chad. 
ເຢຍ​ລະ​ມັນ ແລະ Chad ເນ​ລະ​ເທດ​ເອກ​ອັກ​ຄະ​ລັດ​ຖະ​ທູດຂອງ​ກັນ - ảnh 1ທ່ານເອກອັກຄະລັດຖະທູດ ເຢຍລະມັນ Chad Jan-Christian Gordon Kricke (ພາບ: DPA)

ໂຄສົກ ເຢຍລະມັນ ສະແດງຄວາມເສຍດາຍເມື່່ອ ເຢຍລະມັນ ອອກຂໍ້ຕົກລົງເນລະເທດ ທ່ານ Mariam Ali Moussa ເອກອັກຄະລັດຖະທູດ Chad, ພາຍຫຼັງກະຊວງການຕ່າງປະເທດ Chad ຮຽກຮ້ອງເອກອັກຄະລັດຖະທູດ ເຢຍລະມັນ ທ່ານ Gordon Kricke ຕ້ອງອອກຈາກປະເທດນີ້ພາຍໃນ 48 ຊົ່ວໂມງ ຍ້ອນວ່າ ບໍ່ໄດ້ຮັບຄວາມຊົມເຊີຍ.  ຕາມໂຄສົກກະຊວງການຕ່າງປະເທດ ເຢຍລະມັນ, ທ່ານ Kricke ໄດ້ອອກຈາກ Chad ໃນວັນທີ 8 ເມສາ, ພາຍຫຼັງລັດຖະບານຂອງທ່ານປະທານາທິບໍດີ Mahamat Idriss Deby Iton ກ່າວຫາວ່າ ທ່ານນີ້ “ບໍ່ເຄົາລົບບັນດາທຳນຽມທາງການທູດ”. ບັນດາເຈົ້າໜ້າທີ່ ລັດຖະບານ ຂອງ Chad ບໍ່ເຜີຍໃຫ້ຮູ້ແຈ້ງກ່ຽວກັບເຫດຜົນທີ່ຖືກເນລະເທດ. 

ຕອບກັບ

ຂ່າວ/ບົດ​ອື່ນ