ເຢຍລະມັນ ແລະ ຝລັ່ງ ພ້ອມກັນຮຽກຮ້ອງມາດຕະການແກ້ໄຂດ້ານການທູດໃຫ້ບັນດາບັນຫາ 2 ຝ່າຍ

ເຢຍລະມັນ ແລະ ຝລັ່ງ ພ້ອມກັນຮຽກຮ້ອງມາດຕະການແກ້ໄຂດ້ານການທູດໃຫ້ບັນດາບັນຫາ 2 ຝ່າຍ - ảnh 1
(ພາບປະກອບ: AFP)

​(vovworld) – ​ວັນ​ທີ 10/05, ໃນ​ການ​ຢ້ຽມຢາມ​ລັດ​ເຊຍ, ​ທ່ານ​ນາງ​ນາຍົກລັດຖະມົນຕີ​ເຢຍລະ​ມັນ Angerla Merkel ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ຢູ່​ວັງ Kremlin. ການ​ນຳ 2 ປະ​ເທດ​ໄດ້​ເຫັນ​ດີ ຊຸກຍູ້​ມາດ​ຕະການ​ດ້ານ​ການ​ທູດ ​ເພື່ອ​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ໃນ​ປະຈຸ​ບັນ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ພ້ອມ​ກັນ​ມານະ​ພະຍາຍາມ​ເພື່ອ​ການ​ຮ່ວມ​ມື. ການ​ນຳ 2 ທ່ານ​ກໍ່​ປຶກສາ​ຫາ​ລືກ່ຽວກັບບັນດາ​ບັນຫາ​​​ໃນ​ການພົວພັນ​ຮ່ວມ​ມື 2 ຝ່າ​ຍ ​ແລະ ການ​ພົວພັນ​ລະຫວ່າງ​ລັດ​ເຊຍ - ສະຫະພາບ​ເອີ​ລົບ (EU). ນອກຈາກ​ນັ້ນ, ໜຶ່ງ​ໃນ​ບັນດາ​ຈຸດ​ສຸມ​ຂອງ​ການ​ເຈລະຈາ​ແມ່ນ​ຊອກຫາ​ວິທີ​ແກ້​ໄຂ​ວິ​ກິດ​ການ​ດ້ານ​ການ​ເມືອງ ຢູ​ແກຼນ. ກ່າວ​ຄຳ​ເຫັນ​ພາຍຫຼັງ​ການ​ເຈ​ລະ​ຈາ, ທ່ານ​ນາງ​ນາຍົກລັດຖະມົນຕີ Angerla Merkel ​ໃຫ້​ຂໍ້​ສັນ​ເຫດ​ວ່າ, ຍັງ​ບໍ່​ທັນ​ມີ​ຂໍ້​ຕົກລົງ​ຢຸດ​ຍິງ​ຢ່າງ​ແທດ​ຈິງ​ຢູ່​ຢູ​ແກຼນຕາ​ເວັນ​ອອກ. ການ​ນຳ​ເຢຍລະ​ມັນ ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງຕໍ່​ສະພາບ​ໃຊ້​ຄວາມ​ຮຸ້ນ​ແຮງນັບ​ມື້​ນັບ​ເພີ່ມ​ຂຶ້ນ. ​ໃນ​ຂະນະ​ນັ້ນ, ທ່ານ​ປະທານ​ນາ​ທິບໍດີ Putin ​ໄດ້​ຢ້ຳ​ຄືນ​ທັດສະນະ​ທີ່​ວ່າ, ວິ​ກິດ​ການ​ຢູ່​ຢູ​ແກຼນ ພຽງ​ແກ້​ໄຂ​ໄດ້​ຜ່ານ​ການ​ເຈລະຈາ​ດ້ານ​ການເມືອງ ​ແລະ ​ເນັ້ນ​ໜັກ​ວ່າ, ທຸກ​ຝ່າຍ​ຕ້ອງ​ປະຕິບັດ​ຂໍ້​ຕົກລົງ​ຢຸດ​ຍິງ​ Minsk ຢ່າງ​ຮອບດ້ານ.

ຂ່າວ/ບົດ​ອື່ນ