ເຢຍລະມັນ ແລະ ຝະຣັ່ງ ຍູ້ໄວຂໍ້ຕົກລົງປະຕິຮູບ Eurozone

(VOVWORLD) - ທ່ານລັດຖະມົນຕີກະຊວງການເງິນ ເຢຍລະມັນ Peter Altmaier ຈະມີການພົບປະກັບຄູ່ຕຳແໜ່ງ ຝະຣັ່ງ Bruno Le Maire ຢູ່ Paris,
ເຢຍລະມັນ ແລະ ຝະຣັ່ງ ຍູ້ໄວຂໍ້ຕົກລົງປະຕິຮູບ Eurozone - ảnh 1ທ່ານລັດຖະມົນຕີກະຊວງການເງິນ ເຢຍລະມັນ Peter Altmaier  (ພາບ: AFP/TTXVN )

ພາຍຫລັງພັກນິຍົມຮັກສາເດີມສຳພັນທະມິດປະຊາທິປະໄຕ / ສັງຄົມສາສະໜາຄິຼດ (CDU/CSU) ຂອງທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ບັນລຸໄດ້ຂໍ້ຕົກລົງໃນເບື້ອງຕົ້ນ ທີ່ມີລັກສະນະ “ບຸກທະລຸ” ກັບພັກປະຊາທິປະໄຕສັງຄົມ (SPD), ເຢຍລະມັນ ແລະ ຝະຣັ່ງ ຈະພ້ອມກັນມີການກະທຳຍູ້ໄວບັນດາຄວາມມານະພະຍາຍາມປະຕິຮູບສະຫະພາບ ເອີຣົບ (ອີຢູ) ໃນຂະນະທີ່ລັດຖະມົນຕີກະຊວງການເງິນ 2 ປະເທດພົບປະກັນຢູ່ Paris ໃນອາທິດນີ້. ຕາມແຜນການແລ້ວ, ວັນທີ 18 ມັງກອນ, ທ່ານລັດຖະມົນຕີກະຊວງການເງິນ ເຢຍລະມັນ Peter Altmaier ຈະມີການພົບປະກັບຄູ່ຕຳແໜ່ງ ຝະຣັ່ງ Bruno Le Maire ຢູ່ Paris, ພາຍຫລັງທີ່ບັນດານັກເສດຖະກິດແຖວໜ້າຂອງ ຝະຣັ່ງ ແລະ ເຢນລະມັນ ປະກາດບັນດາຂໍ້ສະເໜີແນະໃໝ່ ໃຫ້ແກ່ການປະຕິຮູບເຂດສະກຸນເງິນຕາລວມຂອງ ເອີຣົບ (Eurozone) ເປັນເວລາໜຶ່ງວັນ. ວົງການນັກໄຈ້ແຍກໃຫ້ຂໍ້ສັງເຫດວ່າ ການພົບປະລະຫວ່າງລັດຖະມົນຕີການເງິນ ເຢຍລະມັນ ແລະ ຝະຣັ່ງ ຄັ້ງນີ້ ແມ່ນສັນຍານສະແດງໃຫ້ເຫັນ Berlin ພວມກະກຽມດຳເນີນບັນດາການເຈລະຈາກັບ Paris, ໄປຄຽງຄູ່ກັບບັນດາການເຈລະຈາສ້າງຕັ້ງລັດຖະບານສຳພັນທະມິດລະຫວ່າງກຸ່ມກ້ອນນິຍົມຮັກສາເດີມຂອງທ່ານນາງນາຍົກລັດຖະມົນຕີ Merkel ກັບ SPD. ເຊິ່ງຄາດຄະເນວ່າ ເລີ່ມຕົ້ນໃນທ້າຍເດືອນ ມັງກອນ ຖ້າຫາກບັນດາສະມາຊິກ SPD “ເປີດໄຟຂຽວ” ທີ່ກອງປະຊຸມໃຫຍ່ຂອງພັກໃນວັນທີ 21 ມັງກອນ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ