ເຢຍລະມັນ ໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍ ຢູແກຼນ

ເຢຍລະມັນ ໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍ ຢູແກຼນ - ảnh 1
ທ່ານ​ນາຍົກລັດຖະມົນຕີຢູ​ແກຼນ Arseni Yaseniuk ພົບປະ​ກັບ
​ທ່ານ​ນາງ​ນາຍົກລັດຖະມົນຕີ​ເຢຍລະ​ມັນ Angela Merkel
(ພາບ: AFP-TTXVN)


(vovworld) – ​ວັນ​ທີ 08/01, ທ່ານ​ນາຍົກລັດຖະມົນຕີຢູ​ແກຼນ Arseni Yaseniuk ພວມ​ຢູ່​ຢ້ຽມຢາມ​ເຢຍລະ​ມັນ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ນາງ​ນາຍົກລັດຖະມົນຕີ​ເຢຍລະ​ມັນ Angela Merkel ​ເພື່ອ​ແນ​ໃສ່​ຮຽກຮ້ອງ​ການ​ໜູນ​ຊ່ວຍ​ຢ່າງ​ໃຫຍ່​ຫຼວງ​ຂອງ​ເຢຍລະ​ມັນ​ ​ໃຫ້​ແກ່​ພາລະກິດ​ກໍ່​ສ້າງ​ ຢູ​ແກຼນ ຕາ​ເວັນ​ອອກຄືນ​ໃໝ່. ທີ່​ການ​ປຶກສາ​ຫາລື, ທ່ານ​ນາງ​ນາຍົກລັດຖະມົນຕີ Merkel ​ໃຫ້​ຮູ້​ວ່າ, ​ເຢຍລະ​ມັນ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຜັນ​ຂະຫຍາຍ​ບ້ວງ​ເງິນ​ສິ້ນ​ເຊື່ອຕື່ມ​ອີກ​ 500 ລ້ານ​ອີ​ໂລ​ໂດຍ​ໄວ ​ເພື່ອ​ຊ່ວຍ​ຢູ​ແກຼນ ກໍ່ສ້າງ​ບັນດາ​ເຂດ​ຢູ່ທິດເວັນ​ອອກ​ ຄືນ​ໃໝ່. ທ່ານ​ນາງ​ນາຍົກລັດຖະມົນຕີ Merkel ກໍ່​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ​ຢູ​ແກຼນ ​ໃນ​ວິ​ກິດ​ການ​ປະຕິ​ຮູບ​ຂອງ​ປະ​ເທດ​ນີ້, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ. ກ່ຽວ​ກັບ​ການ​ປະ​ທະ​ກັນ​ຢູ່ທິດຕາ​ເວັນ​ອອກ​ ຢູ​ແກຼນ, ທ່ານ​ນາງ​ນາຍົກລັດຖະມົນຕີ Merkel ຖື​ວ່າ, 2 ຝ່າຍ​ຕ້ອງ​ປະຕິບັດ​ຂໍ້​ຕົກລົງ Minsk ທີ່​ໄດ້​ລົງ​ນາມຢ່າງ​ຂ້ຽວ​ຂາດເພື່ອ​ເປີດ​ກາລະ​ໂອກາດ​ເຈລະຈາ​ສັນຕິພາບ​ກ່ຽວ​ກັບ​ອານາ​ຄົດ​ຂອງ​ຢູ​ແກຼນ.

        ສ່ວນ​ທ່ານ​ນາຍົກລັດຖະມົນຕີຢູ​ແກຼນ Yaseniuk ​ເນັ້ນ​ໜັກ​ວ່າ: ສະພາບ​ການ​ຢູ່​ຢູ​ແກຼນ ​ໄດ້ມີ​ຜົນ​ທະ​ທ້ອນອັນ​ສຳຄັນ​ສຳລັບ​ທົ່ວ​ພາກ​ພື້ນ​ເອີ​ລົບ, ​ສະ​ນັ້ນຝ່າຍ​ຕາ​ເວັນ​ຕົກ, ​ໃນ​ນັ້ນ​ມີ​ເຢຍລະ​ມັນ ຕ້ອງ​ສາມັກຄີ ​ແລະ ໜູນ​ຊ່ວຍ​ຢູ​ແກຼນ ຫຼາຍ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ