ເຢຍລະມັນຊຸກຍູ້ການຮ່ວມມືກັບອີຣານ
ທ່ານຮອງນາຍົກລັດຖະມົນຕີ Sigmar Gabriel
(ພາບ: baotintuc.vn)
(vovworld) - ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີວ່າການກະຊວງເສດຖະກິດ ແລະ ພະລັງງານເຢຍລະມັນ Sigmar Gabriel, ວັນທີ 19/07, ໄດ້ໄປເຖິງອີຣານ. ທ່ານໄດ້ກ່າຍເປັນເຈົ້າໜ້າທີ່ຂັ້ນສູງຜູ້ທຳອິດຂອງຝ່າຍຕາເວັນຕົກ ໄປຢ້ຽມຢາມປະເທດນີ້, ນັບແຕ່ເມື່ອອີຣານ ແລະ ບັນດາປະເທດມະຫາອຳນາດໃນໂລກ ບັນລຸຂໍ້ຕົກລົງປະຫວັດສາດດ້ານນິວເຄຼຍ. ໃນການຢ້ຽມຢາມເປັນເວລາ 3 ວັນ, ທ່ານຮອງນາຍົກລັດຖະມົນຕີ Sigmar Gabriel ຈະພົບປະເຈລະຈາກັບທ່ານປະທານາທິບໍດີອີຣານ Hassan Rouhani ພ້ອມກັບບັນດາລັດຖະມົນຕີປະເທດເຈົ້າພາບ ກ່ຽວກັບຂໍ້ຕົກລົງນິວເຄຼຍ ທີ່ບັນລຸໄດ້ໃນວັນທີ 14/07 ຜ່ານມາ. ເຢຍລະມັນ ແລະ ອີຣານ ເຄີຍມີການພົວພັນແລກປ່ຽນດ້ານການຄ້າຢ່າງໃກ້ຊິດ ແຕ່ຖືກຜົນສະທ້ອນຈາກບັນດາຄຳສັ່ງລົງໂທດຂອງຝ່າຍຕາເວັນຕົກ.