ເຢຍລະມັນຖືເປັນສຳຄັນບັນຫາຄວາມໝັ້ນຄົງ ຂອງ ອິດສະລາແອັນ
(VOVWORLD) -ວັນທີ 10 ຕຸລາ, ກ່າວຄຳເຫັນເນື່ອງໃນໂອກາດການຢ້ຽມຢາມ ອິດສະລາແອັນຢ່າງເປັນທາງການ, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ຢັ້ງຢືນວ່າ ບັນຫາຄວາມໝັ້ນຄົງຂອງ ອິດສະລາແອັນ ຍາມໃດກໍ່ມີຄວາມສຳຄັນ ແລະ ແມ່ນຫົວຂໍ້ໃຈກາງ ສຳລັບ ທຸກລັດຖະບານ ຢູ່ ເຢຍລະມັນ.
ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ແລະ ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Naftali Bennett (ພາບ: TTXVN) |
ກ່າວຄຳເຫັນທີ່ກອງປະຊຸມລັດຖະບານ ອິດສະລາແອນ ໃນຖານະແມ່ນແຂກຖືກເຊີນ, ທ່ານນາງ Angela Merkel ເນັ້ນໜັ້ກວ່າ ການພົວພັນລະຫວ່າງ ເຢຍລະມັນ ແລະ ອິດສະລາແອັນ ບໍ່ພຽງແຕ່ກ່ຽວຂ້ອງເຖິງບັນດາບັນຫາໃນອະດີດຕະການ ເທົ່ານັ້ນ, ຫາກຍັງກ່ຽວຂ້ອງເຖິງວິໄສທັດໃນອະນາຄົດລະຫວ່າງສອງປະເທດອີກດ້ວຍ.
ທີ່ການປະຊຸມຖະແຫຼງຂ່າວລວມ, ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Naftali Bennett ຢັ້ງຢືນວ່າ ການພົວພັນສອງຝ່າຍ ລະຫວ່າງ ອິດສະລາແອັນ ແລະ ເຢຍລະມັນ ໄດ້ພັດທະນາຢູ່ລະດັບສູງທີ່ສຸດ ໃນໄລຍະການນຳພາຂອງ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel. ໃນໄລຍະຈະມາເຖິງ, ອິດສະລາແອັນມີຄວາມ ປາດຖະໜາ ຢາກເພີ່ມທະວີການພົວພັນ ກັບ ເຢຍລະມັນໃນບັນດາຂົງເຂດດ້ານເສດຖະກິດ, ວິທະຍາສາດ, ການສຶກສາ, ສາທາລະນະສຸກ ແລະ ຄວາມໝັ້ນຄົງ.