ເຢຍລະມັນແລະອາເມລິກາຮັດແໜ້ນຄວາມປອດໄພກ່ອນປີໃໝ່2016

ເຢຍລະມັນແລະອາເມລິກາຮັດແໜ້ນຄວາມປອດໄພກ່ອນປີໃໝ່2016 - ảnh 1
ເຢຍ​ລະ​ມັນ​​ຮັດ​ແໜ້ນ​ຄວາມປອດ​ໄພ​ກ່ອນ​ປີ​ໃໝ່2016
(ພາບ​ປະ​ກອບ: Reuters)


(vovworld) –​ ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ເຢຍ​ລະ​ມັນ ໄດ້​ມີ​ປະ​ຕິ​ກິ​ລິ​ຍາ​​ທັນ​ທີ ພາຍ​ຫຼັງ​ວົງ​ການ​ເ​ຈົ້າ​ໜ້າ​ທີ່ໂອ​ຕາ​ລິດ ຍົກ​ອອກ​ຄຳ​ກ່າວ​ເຕືອນ​ກ່ຽວ​ກັບ​ໄພ​ເກີດ​ການ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ຢູ່​ເອີ​ລົບ ໃນ​ໂອກາດ​ປີ​ໃໝ່. ວັນ​ທີ 29/12, ທ່ານ​ປະ​ທານ​ອົງ​ການກຳ​ມະ​ບານ​ຕຳ​ຫຼວດ​ເຢຍ​ລະ​ມັນ Rainer Wendt ຢັ້ງ​ຢືນ​ວ່າ, ວົງ​ການ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ເທດນ​ີ້ ໄດ້ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ຕ້ານ​ການກໍ່​ການ​ຮ້າຍ ພາຍ​ຫຼັງ​​ທີ່ໄ​ດ້​ຮັບ​ຄຳ​ກ່າວ​ເຕືອນ​ຂອງ​ໂອ​ຕາ​ລິດ, ພ້ອມ​ທັງ​ເ​ອົາ​ໃຈ​ໃສ່​ເຖິງ “ໄພ​ນາ​ບ​ຂູ່​ພິ​ເສດ” ຢູ່​ເຢຍ​ລະ​ມັນ​ ໃນ​ໂອ​ກາດ​ປີ​ໃໝ່.

      ສ່ວນ​ຢູ່​ອາ​ເມ​ລິ​ກາ, ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນ​ໂອ​ກາດ​ຕ້ອນ​ຮັບ​ປີິ​ໃໝ່ ຢູ່​ສະ​ໜາມ​ຫຼວງ Times, ຢ່າງ​ໜ້ອຍ​ສຸດ​ມີ​ຕຳ​ຫຼວດ 6.000 ຄົນ​ໄດ້​ລາດ​ຕະ​ເວນ​ຢູ່​ບັນ​ດາ​​ຂອບເຂດ​ອ້ອມ​ຂ້າງສະ​ໜາມ​ຫຼວງ Times ເພື່ອ​ຄວບ​ຄຸ​ມ​ຄວາມ​ສະ​ຫງົບ ແລະ ຄວາມ​ເປັນ​ລະ​ບຽ​ບ​ຮຽບ​ຮ້ອຍ ແລະ ​ໄດ​້​ຕິດ​ຕັ້ງ​ເຄື່ອງ ກາ​ເມ​ຣາ ຢູ່​ບັນ​ດາ​ສະ​ຖາ​ນີ​ລົດ​ໄຟຟ້າ​ໃຕ້​ດ​ິນ​ນັບ​ພັນ​ເຄື່ອງ, ໃນ​ຂະ​ນະ​​ທີ່, ​ບາງເສັ້ນ​ທາງ​ເຂົ້າ​ອອກ​ເມືອງ​ກໍຖືກ​ປິດ​​ເສັ້ນ​ທາງ.

ຂ່າວ/ບົດ​ອື່ນ