ເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍີນ ຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພັນ ລັດເຊຍ

(VOVWORLD) - ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພັນ ລັດເຊຍ, ວັນທີ 20 ພຶດສະພາ, ທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງນະຄອນ ໂຮ່ຈີມິນ

ໄປວາງພວງມາລາທີ່ອະນຸສາວະລີປະທານ ໂຮ່ຈີມິນ ຢູ່ນະຄອນຫລວງ ມົດສະກູ ແລະ ຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ.

ເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍີນ ຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພັນ ລັດເຊຍ - ảnh 1 ທ່ານ ຫງວຽນທ້ຽນເຍີນ ຢ້ຽມຢາມ ແລະ ເຮັດວຽກກັບພະນັກງານ, ລັດຖະກອນສະຖານທູດ ຫວຽດນາມ ປະຈຳ ສະຫະພັນລັດເຊຍ 

        ທີ່ການຢ້ຽມຢາມ ແລະ ເຮັດວຽກກັບພະນັກງານ, ລັດຖະກອນສະຖານທູດ ຫວຽດນາມ ປະຈຳ ສະຫະພັນລັດເຊຍ, ທ່ານ ຫງວຽນທ້ຽນເຍີນ ໄດ້ແຈ້ງໃຫ້ພະນັກງານ, ລັດຖະກອນສະຖານທູດຮັບຊາບກ່ຽວກັບສະພາບການປະເທດຊາດ ແລະ ນະຄອນ ໂຮ່ຈີມິນໃນໄລຍະຜ່ານມາ. ທ່ານ ຫງວຽນທ້ຽນເຍີນ ຢືນຢັນເຖິງ ການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ. ທ່ານ ຫງວຽນທ້ຽນເຍີນ ປາດຖະໜາວ່າ ພະນັກງານທຸກຄົນ ໃນສະຖານທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ຄວນມີຫົວຄິດປະດິດສ້າງ ແລະ ຂະຫຍັນຂັນເຄື່ອນກ່ວາອີກ, ດ້ວຍບັນດາການກະທຳແທດຈິງ ແນໃສ່ຮັກສາ ແລະ ປັບປຸງການພົວພັນ 2 ຝ່າຍ ຫວຽດນາມ - ລັດເຊຍ ໃຫ້ເລິກເຊິ່ງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ