ເລຂາຄະນະພັກນະຄອນໂຮ່ຈີມິນ ຫງວຽນທ້ຽນເຍີນ ຕ້ອນຮັບປະທານສະພາແຫ່ງຊາດອີຣານ

(VOVWORLD) -ການມາຢ້ຽມຢາມຫວຽດນາມຂອງທ່ານປະທານສະພາແຫ່ງຊາດອີຣານ Ali Ardeshir Larijani ມີຄວາມໝາຍສຳຄັນທີ່ສຸດ
ເລຂາຄະນະພັກນະຄອນໂຮ່ຈີມິນ ຫງວຽນທ້ຽນເຍີນ ຕ້ອນຮັບປະທານສະພາແຫ່ງຊາດອີຣານ - ảnh 1ທ່ານ ຫງວຽນທ້ຽນເຍີນຕ້ອນຮັບທ່ານ Ali Ardeshir Larijani  ພ້ອມດ້ວຍຄະນະ

ທີ່ການຕ້ອນຮັບທ່ານປະທານສະພາແຫ່ງຊາດອີຣານ Ali Ardeshir Larijani  ເຊິ່ງດຳເນີນໃນຕອນບ່າຍວັນທີ 17 ເມສາ, ຢູ່ນະຄອນໂຮ່ຈີມິນ, ທ່ານ ຫງວຽນທ້ຽນເຍີນ ເລຂາຄະນະພັກນະຄອນໂຮ່ຈີມິນ ໄດ້ເນັ້ນໜັກວ່າ, ການມາຢ້ຽມຢາມຫວຽດນາມຂອງທ່ານປະທານສະພາແຫ່ງຊາດອີຣານ Ali Ardeshir Larijani ມີຄວາມໝາຍສຳຄັນທີ່ສຸດ, ປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງດ້ານການທູດລະຫວ່າງສອງປະເທດ, ພ້ອມທັງເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ຊ່ວຍໃຫ້ສອງປະເທດຊອກຮູ້ຄວາມສາມາດບົ່ມຊ້ອນໃນການຮ່ວມມືໃນຫຼາຍຂົງເຂດ.

        ສ່ວນທ່ານປະທານສະພາແຫ່ງຊາດແຫ່ງອີຣານ Ali Ardeshir Larijani ໃຫ້ຮູ້ວ່າ: ເຖິງວ່າໃນຊຸມປີຜ່ານມາ, ວົງເງິນການຄ້າ ລະຫວ່າງສອງປະເທດໄດ້ເພີ່ມຂຶ້ນຫຼາຍພໍສົມຄວນກໍຕາມ, ແຕ່ເຖິງຢ່າງໃດກໍຕາມສອງປະເທດຍັງຄົງມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງຢູ່. ດັ່ງນັ້ນ, ຄວນສ້າງເງື່ອນໄຂເພື່ອແລກປ່ຽນຂໍ້ມູນຂ່າວສານ, ຊ່ວຍໃຫ້ບັນດາວິສາຫະກິດຂອງສອງປະເທດໄດ້ເຊື່ອມຕໍ່ ແລະ ຊອກຮູ້ເຊິ່ງກັນ ແລະ ກັນ. ທ່ານ Ali Ardeshir Larijani ເນັ້ນໜັກວ່າ: ບາງຂົງເຂດທີ່ສອງປະເທດຄວນສຸມໃສ່ແມ່ນ ການຂົນສົ່ງທາງທະເລ, ກໍ່ສ້າງທ່າກຳປັ່ນ. ຝ່າຍອີຣານພ້ອມແລ້ວທີ່ຈະສ້າງເງື່ອນໄຂ ແລະ ຊຸກຍູ້ບັນດາໂຄງການລົງທຶນຮ່ວມທຸລະກິດ. ຂົງເຂດນ້ຳມັນອາຍແກັດແມ່ນຄວາມສາມາດບົ່ມຊ້ອນ ແລະ ເປັນທ່າແຮງຂອງອີຣານ. ອີຣານພ້ອມແລ້ວທີ່ຈະຕ້ອນຮັບບັນດານັກລົງທຶນຫວຽດນາມເຂົ້າມາລົງທຶນໃນຂົງເຂດນ້ຳມັນເຊື້ອໄຟ.


ຕອບກັບ

ຂ່າວ/ບົດ​ອື່ນ