ເລຂາທິການຜູ້ທີ1ສູນກາງຄະນະຊາວໜຸ່ມໂອ້ລົມສົນທະນາກັບຊາວໜຸ່ມ
ທ່ານ ຫງວຽນດັກວີງໂອ້ລົມສົນທະນາຜ່ານທາງເຄືອຂ່າຍ
ອິນເຕີແນັດກັບສະມາຊິກຄະນະຊາວໜຸ່ມ
(ພາບ: VGP)
(vovworld) - ຕອນເຊົ້າວັນທີ 14/03, ປະຕູຖານຂໍ້ມູນເອເລັກໂຕນິກລັດຖະບານ, ທ່ານ ຫງວຽນດັກວີງ ເລຂາທິການຜູ້ທີ 1 ສູນກາງຄະນະຊາວໜຸ່ມ, ຫົວໜ້າຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ໄດ້ໂອ້ລົມສົນທະນາຜ່ານທາງເຄືອຂ່າຍອິນເຕີແນັດກັບສະມາຊິກຄະນະຊາວໜຸ່ມ, ຊາວໜຸ່ມພາຍໃນປະເທດ ແລະ ຕ່າງປະເທດກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງວຽກງານຊາວໜຸ່ມ ດ້ວຍຫົວຂໍ້ “ໄວໜຸ່ມປະຈັນບານ, ມີຫົວຄິດປະດິດສ້າງໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ”. ທີ່ການໂອ້ລົມສົນທະນາ ທ່ານ ຫງວຽນດັກວີງ ໄດ້ຮັບຟັງແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາ; ຮັບເອົາບັນດາຂໍ້ສະເໜີ, ຂໍ້ສະເໜີແນະ, ປະກອບຄຳເຫັນຂອງສະມາຊິກຄະນະຊາວໜຸ່ມໃຫ້ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານ ຫງວຽນດັກວີງ ໃຫ້ຮູ້ວ່າ:
“ກ່ອນອື່ນໝົດແມ່ນສະເໜີແນະແກ້ໄຂບັນດາສິ່ງຕິດຂັດກ່ຽວກັບນະໂຍບາຍ ເພື່ອເຮັດແນວໃດໃຫ້ພວກເພື່ອນມີຄວາມສະດວກໃນວິວັດການເລີ່ມດຳເນີນອາຊີບ. ພວກຂ້າພະເຈົ້າຄິດວ່າ ຕ້ອງໜູນຊ່ວຍພວກເພື່ອນກ່ຽວກັບດ້ານກົດໝາຍ ເພື່ອໃຫ້ພາກເພື່ອນຄຸ້ມຄອງວິສາຫະກິດ ຫຼື ຮູບແບບເສດຖະກິດຂອງຕົນຖືກຕາມກົດໝາຍ; ໜູນຊ່ວຍຄວາມຮູ້ດ້ານຄຸ້ມຄອງວິສາຫະກິດ, ຮູບແບບເສດຖະກິດ; ໜູນຊ່ວຍຊາວໜຸ່ມໃນບັນຫາກູ້ຢືມທຶນ ເພື່ອພັດທະນາການຜະລິດ”.