ຄວາມໂກດເຄືອງຂອງຊາວມຸດສະລິນຕໍ່ຮູບເງົາແຕະຕ້ອງເຖິງສາສະໜານີ້
(ພາບ: AP)
(vovworld) - ກ່າວຄວາມເຫັນໃນການປະຊຸມຂ່າວເມື່ອວັນທີ 19/9, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki – moon ເນັ້ນໜັກວ່າ, ນັກຜະລິດຮູບເງົາແຕະຕ້ອງເຖິງສາສະໜາອິດສະລາມ, ກໍ່ໃຫ້ເກີດການແຫ່ຂະບວນປະທ້ວງ ແລະ ໃຊ້ຄວາມຮຸນແຮງໃນທົ່ວໂລກອິດສະລາມໃນໜຶ່ງກວ່າສັບປະດາຜ່ານມາ ”ໄດ້ສວຍໃຊ້ສິດເສລີໃນການປາກເວົ້າ”, ແລະ ນີ້ແມ່ນ ”ການກະທຳທີ່ໜ້າອັບອາຍ”. ຮູບເງົາມີຊື່ວ່າ ”ສານພິພາກສາ Mohamed”, ໂດຍຊາວຄຮິດສຕຽນຜູ້ໜຶ່ງຢູ່ອີຢີບ ທີ່ອົບພະຍົບໄປຍັງອາເມລິກາ ຜະລິດ, ມີເນື້ອໃນແຕະຕ້ອງເຖິງພະເຈົ້າ-ຜູ້ທຳນາຍ Mohamed, ລະເມີດເຖິງສາສະໜາອິດສະລາມ, ສິ່ງດັ່ງກ່າວໄດ້ພາໃຫ້ເກີດການແຫ່ຂະບວນປະທ້ວງເມື່ອຕອນບ່າຍວັນທີ 11/9 ຂອງຊາວອີຢີບນັບພັນຄົນຢູ່ຕໍ່ໜ້າສະຖານທູດອາເມລິກາທີ່ ຄາຍໂຮ, ແລະ ການບຸກໂຈມຕີຢ່າງຮຸນແຮງໃສ່ກົງສູນໃຫຍ່ອາເມລິກາ ຢູ່ນະຄອນ Benghazi, ທາງທິດຕາເວັນອອກລີບີໃນວັນດຽວກັນ, ເຮັດໃຫ້ເຈົ້າໜ້າທີ່ອາເມລິກາ 4 ຄົນເສຍຊີວິດ, ໃນນັ້ນມີເອກອັກຄະລັດຖະທູດອາເມລິກາ ປະຈຳລີບີ.