ເລຂາທິການໃຫຍ່ສະຫະປະຊາຊາດກ່າວປະນາມບັນດາເຫດວາງລະເບີດຢູ່ອາຮັບບີ ຊະອຸດິ
ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki – Moon
(ພາບ: EPA/TTXVN)
(vovworld) – ວັນທີ 05/07, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki – Moon ໄດ້ກ່າວປະນາມບັນດາເຫດບຸກໂຈມຕີກໍ່ການຮ້າຍ ທີ່ດຳເນີນຢູ່ 3 ນະຄອນຂອງ ອາຣັບບີ ຊະອຸດິ ໃນວັນທີ 04/07, ເຮັດໃຫ້ນພະນັກງານປ້ອງກັນຄວາມສະຫງົບເສຍຊີວິດຢ່າງໜ້ອຍສຸດ 4 ຄົນ ແລະ ຫລາຍຄົນຮັບບາດເຈັບ. ໃນຖະແຫຼງການໂດຍຫ້ອງການໂຄສົກຍົກອອກໃນວັນທີ 05/07, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki – Moon ຢືນຢັນວ່າ: ບັນດາການກະທຳກໍ່ການຮ້າຍດັ່ງກ່າວ ແມ່ນຊົ່ວຮ້າຍສາມານ ແລະ ຕ່ຳຊ້າ ເມື່ອເລັ່ງໃສ່ສາມັນຊົນ ພວມກະກຽມພິທີສິ້ນສຸດເດືອນ Ramada. ທ່ານ Ban Ki – Moon ກໍ່ສົ່ງຄຳແບ່ງເບົາຄວາມເສົ້າສະຫລົດໃຈເຖິງຄອບຄົວບັນດາຜູ້ປະສົບເຄາະຮ້າຍ, ເຖິງລັດຖະບານ ແລະ ປະຊາຊົນ ອາຣັບບີ ຊະອຸດິ, ພ້ອມທັງ ຫວັງວ່າ: ບັນດາຜູ້ວາງລະເບີດຈະຖືກພິພາກສາໂດຍໄວ. ທ່ານກໍ່ເນັ້ນໜັກເຖິງຄວາມຈຳເປັນຕ້ອງເພີ່ມທະວີບັນດາຄວາມມານະພະຍາຍາມຂອງສາກົນ ແລະ ພາກພື້ນ ເພື່ອແນໃສ່ຮັບມືກັບລັດທິກໍ່ການຮ້າຍ.