ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຕ້ອນຮັບເອກອັກຄະລັດຖະທູດອັງກິດເຂົ້າອຳລາ
ພາບປະກອບ
(vovworld) - ທີ່ການຕ້ອນຮັບເອກອັກຄະລັດຖະທູດອັງກິດ Antony Stokes, ເຂົ້າອຳລາໃນຕອນບ່າຍວັນທີ 16/7, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ອວຍພອນໃຫ້ທ່ານ ເອກອັກຄະລັດຖະທູດ Antony Stokes ທີ່ໄດ້ປະຕິບັດສຳເລັດໜ້າທີ່ການທູດຢູ່ ຫວຽດນາມ ຢ່າງຈົບງາມ, ປະກອບສ່ວນແທດຈິງເຂົ້າໃນການຊຸກຍູ້ການພົວພັນລະຫວ່າງ ລາຊະອານາຈັກ ອັງກິດ ແລະ ຫວຽດນາມ. ທ່ານເລຂາທິການໃຫຍ່ ສະເໜີວ່າ: ຫວຽດນາມ ແລະ ອັງກິດເພີ່ມທະວີການເຄື່ອນໄຫວຮ່ວມມືບົນຈິດໃຈຄູ່ຮ່ວມມືຍຸດທະສາດ, ສົມກັບຄວາມສາມາດບົ່ມຊ້ອນຂອງ 2 ປະເທດໃນຂົງເຂດຕ່າງໆ, ຜ່ານສາຍພົວພັນທີ່ແຕກຕ່າງກັນ, ໃນນັ້ນມີສາຍພົວພັນລະຫວ່າງພັກ 2 ປະເທດ, ຕັ້ງໜ້າຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາການເຄື່ອນໄຫວຫຼາຍຝ່າຍ, ທີ່ບັນດາອົງການ, ເວທີປາໄສພາກພື້ນ ແລະ ສາກົນ, ພິເສດແມ່ນສະຫະປະຊາຊາດ, ອາຊຽນ ແລະອີຢູ. ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ: ລາຊະອານາຈັກອັງກິດຖືຫວຽດນາມແມ່ນຄູ່ຮ່ວມມືບຸລິມາສິດທີ່ສຳຄັນຢູ່ເຂດອາຊີຕາເວັນອອກສ່ຽງໃຕ້, ພ້ອມທັງຢືນຢັນວ່າ ລາຊະອານາຈັກອັງກິດຍາມໃດກໍ່ສະໜັບສະໜູນການພົວພັນຮ່ວມມືຢ່າງເລິກເຊິ່ງກວ້າງຂວາງລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ. ກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ທ່ານເອກອັກຄະລັດຖະທູດ Antony Stokes ໃຫ້ຮູ້ວ່າ, ອັງກິດຕິດຕາມສະພາບການຜັນແປໄປຢ່າງສັບສົນໃນໄລຍະມໍ່ໆມານີ້ຢູ່ພາກພື້ນ, ແລະ ຢືນຢັນທັດສະນະສະເໝີຕົ້ນສະເໝີປາຍຂອງ ລາຊະອານາຈັກອັງກິດ ແມ່ນບັນດາຝ່າຍທີ່ກ່ຽວຂ້ອງຕ້ອງມີຄວາມຮັບຜິດຊອບຕໍ່ຄວາມສະຫງົບປອດໄພ ແລະ ຄວາມເສລີໃນການເດີນທະເລຢູ່ທະເລຕາເວັນອອກ, ກໍ່ຄືແກ້ໄຂບັນດາບັນຫາທີ່ເກີດຂຶ້ນດ້ວຍສັນຕິວິທີ, ເຄົາລົບກົດໝາຍສາກົນ.