ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງພົບປະກັບຜູ້ມີສິດເລືອກຕັ້ງຮ່າໂນ້ຍ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງພົບປະກັບຜູ້ມີສິດເລືອກຕັ້ງຮ່າໂນ້ຍ - ảnh 1
ເລຂາທິການ​ໃຫຍ່​ຫງວຽນ​ຟູ໋ຈ້ອງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຮ່າ​ໂນ້ຍ
(ພາບ: nguyenphutrong.net)

(vovworld) –  ​ໂດຍ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7, ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດທີ 13, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ຊຸດ​ທີ 13 ​ແລະ ບັນດາ ສສຊ ຮ່າ​ໂນ້ຍ ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ບາ​ດິ່ງ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ​ໂດຍ​ຕາງໜ້າ​ໃຫ້​ຄະນະ ສສຊ ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ຂອບ​ອົກ​ຂອບ​ໃຈ ​ແລະ ຮັບ​ຟັງ​ບັນດາ​ຄຳ​ເຫັນ​ທີ່​ສຸດ​ຈິດ​ສຸດ​​​ໃຈ, ມີຄວາມ​ຮັບຜິດ​ຊອບ​ຂອງ​ຜູ້​ມີສິດ​ເລືອກ​ຕັ້ງ​ທີ່​ຝາກ​​ເຖິງ​ສະພາ​ແຫ່ງ​ຊາດ. ທ່ານ​ເລຂາທິການ​ໃຫຍ່​ໄດ້​ແລກປ່ຽນ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ບາ​ດິ່ງ 3 ບັນຫາ. ນັ້ນ​ແມ່ນ​ການປ່ຽນ​ໃໝ່ການ​​ເຄື່ອນ​ໄຫວ​ຂອງ ສະພາ​ແຫ່ງ​ຊາດ, ການປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ ​ແລະ ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ. ສຳລັບ​ຄຳ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກຕັ້ງ​ກ່ຽວ​ກັບ​ການ​ສືບສວນ, ຟ້ອງສານ​, ພິພາກສາ​ບາງ​ຄະດີ​ສໍ້​ລາດ​ບັງ​ຫຼວງ​ໃຫຍ່, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ບັນຫາ​ໃຫຍ່​ທີ່​ສຸດ, ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ຈາກ​ຫາງ​ສຽງ ​ແຕ່​ຕ້ອງ​ມີ​ເວລາ​ຈຶ່ງ​ແກ້​ໄຂ​ໄດ້. ​ເລື່ອງ​ແກ້​ໄຂ​ບັນດາ​ຄະດີ​ສໍ້​ລາດ​ບັງ​ຫຼວງ​​ແມ່ນ​ຕ້ອງໄດ້​ຮັບ​ການ​ປະຕິບັດ​ບົນ​ພື້ນຖານ​ປະຕິບັດ​ຕາມ​ກົດໝາຍ, ຖືກຕ້ອງ​ຕາມ​ກົດໝາຍ, ຮັບປະກັນ​ລັກສະນະ​ເຄັ່ງ​ຄັດ. ​ສຳລັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ບໍ່​ປະໃຫ້​ເກີດ​ຂຶ້ນ​ແມ່ນ​ດີ​ທີ່​ສຸດ, ​ແຕ່​ເມື່ອ​ເກີດ​ຂຶ້ນ​ແລ້ວຕ້ອງ​ພິພາກສາ​ຢ່າງ​​ເຄັ່ງ​ຄັດ ຍ້ອນ​ວ່າ​ນັ້ນ​ແມ່ນ​ວິທີ​ປ້ອງ​ກັນ, ສະກັດ​ກັ້ນ. ພ້ອມ​ກັບ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ຕ້ອງ​ສືບ​ຕໍ່​ກະຕຸກ​ຊຸກຍູ້, ປັບປຸງ​ບັນດາ​ຂໍ້​ກຳນົດ​​ເພື່ອ​ສະ​ກັດ​ກັ້ນ​ສະພາບ​ການ​ຟຸມ​ເຟືອຍ​ທີ່​ພວມ​ເກີດ​ຂຶ້ນ​ໃນ​ຊີວິດ​ການ​ເປັນ​ຢູ່.

    ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​ແລະ ຄະນະ ສສຊ ຮ່າ​ໂນ້ຍ ​ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ຮ່ວານ​ກ໋ຽມ.


ຂ່າວ/ບົດ​ອື່ນ