ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢ້ຽມຢາມແລະເຮັດວຽກຢູ່ກວາງນີງ
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຮັດວຽກຢູ່ນະຄອນ ອວງບີ໋
(ພາບ: TTXVN)
(vovworld) – ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກວາງນີງ ໃນລະຫວ່າງວັນທີ 13 ແລະ 14/04. ທ່ານເລຂາທິການໃຫຍ່ ຊອກຮູ້ເລື່ອງທົດລອງຮູບແບບປະຕິຮູບດ້ານບໍລິຫານ ແລະ ຊັບຊ້ອນກົງຈັກຄືນໃໝ່, ເຊິ່ງແຂວງ ກວາງນີງ ພວມຜັນຂະຫຍາຍ. ທ່ານເລຂາທິການໃຫຍ່ ໄດ້ລົງຢ້ຽມຢາມອົງການສຳນັກງານເສນາທິການ, ຊ່ວຍວຽກໃນແນວໂຮມປະເທດຊາດ ແລະ ບັນດາອົງການການເມືອງ - ສັງຄົມ ແລະ ສູນຮັບໃຊ້ບໍລິຫານລັດນະຄອນ ອວງບີ໋; ຊອກຮູ້ການປະຕິບັດຮູບແບບເປັນເລຂາທັງເປັນປະທານຄະນະກຳມະການປະຊາຊົນຢູ່ຕາແສງ ນາມເຄ, ນະຄອນ ອວງບີ໋. ທ່ານເລຂາທິການໃຫຍ່ ຊົມເຊີຍເລື່ອງ ອວງບີ໋ ປະຕິບັດທົດລອງບັນດາຮູບແບບນີ້. ທ່ານເລຂາທິການໃຫຍ່ຖືວ່າ: ເລື່ອງທົດລອງບັນດາຮູບແບບນີ້ ແມ່ນວຽກງານໃໝ່, ຍາກ, ສັບສົນ ແລະ ບໍ່ງ່າຍດາຍ. ເພາະສະນັ້ນ ວິວັດການທົດລອງຕ້ອງທັງເຮັດທັງທອດຖອນບົດຮຽນ ເພື່ອເລືອກເຟັ້ນບັນດາຮູບແບບຈັດຕັ້ງທີ່ເໝາະສົມກັບພຶດຕິກຳຕົວຈິງຂອງແຕ່ລະບໍລິເວນເຂດ.