ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຮຽກຮ້ອງແຂວງນີງບິ່ງສຸມໃສ່ພັດທະນາການທ່ອງທ່ຽວ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຮຽກຮ້ອງແຂວງນີງບິ່ງສຸມໃສ່ພັດທະນາການທ່ອງທ່ຽວ - ảnh 1
​​ເລຂາທິການ​ໃຫຍ່​ຫງວຽນ​ຟູ໋ຈ້ອງ ລົງຢ້ຽມຢາມ ແລະ ເຮັດວຽກກັບແຂວງ ນິງບີ່ງ
(ພາບ: nhandan.com.vn)


(vovworld) – ວັນ​ທີ 20/1, ທ່ານ​ເລຂາ​ທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ແຂວງ ນີງບິ່ງ ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ບັນດາ​ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົ​ມ ​ແລະ ວຽກ​ງານ​ກໍ່ສ້າງ​ພັກ. ​​ເມື່ອ​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ອົງຄະ​ນະ​ພັກ​ແຂວງ ​ແລະ ບັນດາ​ພະນັກງານ​ຫຼັກ​ແຫຼ່ງຂອງ​ແຂວງ ນີງບິ່ງ, ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຕີ​ລາຄາ​ວ່າ: ນີງບິ່ງ​ແມ່ນ​ແຂວງ​ມີ​ທັງ​ເຂດ​ທົ່ງພຽງ, ​ເຂດພູດ​ອຍ ​ແລະ ​ເຂດ​ແຄມ​ທະ​ເລ, ມີ​ເງື່ອນ​ໄຂ​ພຽງພໍ​ເພື່ອ​ພັດທະນາ​ກະສິກຳ, ການ​ບໍລິການ, ອຸດສາຫະກຳ ​ໃນ​ນັ້ນ​ແຂວງ​ກໍ່​ມີ​ຄວາມ​ສະດວກ​ຫຼາຍ​ຢ່າງ​ເພື່ອ​ພັດທະນາ​ການທ່ອງທ່ຽວ. ນີງບິ່ງ ກາຍ​ເປັນ​ຈຸດ​ນັດ​ພົບ​ຂອງ​ແຂກທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກວ່າ​ການ​ທ່ອງ​ທ່ຽວ​ແມ່ນ​ທິດ​ພັດທະນາ​ສຳຄັນ​ຂອງ​ແຂວງ​ນີງບິ່ງ.

    “ພວກ​ເຮົາ​ຕ້ອງ​ເຮັດ​​ແນ​ວ​ໃດ​ເພື່ອ​ໃຫ້​ອຸດສາຫະກຳ ​ແລ​ະ ການ​ບໍລິການ​ມີ​ຄວາມ​ດຸ່ນດຽງ. ຈິດ​ໃຈ​ລວມ​ແມ່ນ​ຕ້ອງ​ພັດທະນາ​ຮອບດ້ານ, ວ່ອງ​ໄວ ​ແລະ ຍືນ​ຍົງ ​​ແຕ່​ມີ​ຈຸດ​ສຸມ. ສຸມ​ໃສ່​ພັດທະນາ​ການ​ທ່ອງ​ທ່ຽວ, ການ​ບໍລິການ, ພ້ອມ​ທັງ​ຖື​ເປັນ​ສຳຄັນ​ກະສິກຳ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ອຸດສາຫະກຳ. ​ແຕ່​ແມ່ນອຸດສາຫະກຳ​ສະອາດ, ​ເຕັກ​ໂນ​ໂລ​ຢີສູງ, ມີ​ສົ້ນ​ອອກ, ຮັບປະກັນ​ສະ​ພາບ​ແວດ​ລ້ອມ​ຊີວະ​ພາບ. ມາດ​ຕະການ​​ແກ້​ໄຂແມ່ນ​ຕ້ອງ​ມີພື້ນຖານ​ໂຄງ​ລ່າງ, ກົນ​ໄກ​ນະ​ໂຍບາຍ ​ແລະ ແຫຼ່ງຊັບພະຍາກອນ​ມະນຸດ”

ຂ່າວ/ບົດ​ອື່ນ