ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເຂົ້າຮ່ວມພິທີເປີດສົກຮຽນໃໝ່ຢູ່ໂຮງຮຽນມັດທະຍົມຕອນປາຍຫງວຽນຢາທ່ຽວ
(ພາບ: dantri.com)
(vovworld)- ກ່າວຄຳເຫັນທີ່ພິທີເປີດສົກຮຽນໃໝ່ຢູ່ໂຮງຮຽນມັດທະຍົມຕອນປາຍ ຫງວຽນຢາທ່ຽວ, ຮ່າໂນ້ຍ, ຕອນເຊົ້າ, ວັນທີ 4/9, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ສະເໜີໃຫ້ຂະແໜງການສຶກສາ-ບຳລຸງສ້າງຕ້ອງຊາບຊຶມ ແລະ ນຳໃຊ້ຢ່າງມີຫົວຄິດປະດິດສ້າງບັນດາມະຕິຂອງພັກກ່ຽວກັບການປ່ຽນໃໝ່ການສຶກສາ-ບຳລຸງສ້າງໂດຍພື້ນຖານ ແລະ ຮອບດ້ານ; ກ່ຽວກັບການກໍ່ສ້າງ ແລະ ພັດທະນາວັດທະນະທຳ, ມະນຸດຫວຽດນາມ.
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຮຽກຮ້ອງໃຫ້ຂະແໜງການສຶກສາ-ບຳລຸງສ້າງ ສືບຕໍ່ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ, ພິເສດແມ່ນມະຕິຂອງກອງປະຊຸມຄັ້ງທີ 8 ແລະ ທີ 9 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 11 ກ່ຽວກັບປ່ຽນໃໝ່ການສຶກສາ-ບຳລຸງສ້າງໂດຍພື້ນຖານ ແລະ ຮອບດ້ານ; ກ່ຽວກັບການ ສ້າງ ແລະ ພັດທະນາວັດທະນະທຳ, ມະນຸດຫວຽດນາມ. ໃນນັ້ນ, ຕ້ອງເອົາໃຈໃສ່ເປັນພິເສດເຖິງເລື່ອງ ຍົກສູງຄຸນນະພາບການສິດສອນ ແລະ ຮ່ຳຮຽນກ່ວາອີກ (ເຊິ່ງລວມທັງຄຸນສົມບັດ, ພູມປັດຍາ, ຮ່າງກາຍ, ສິລະປະ), ທັງເຮັດວຽກງານສອນໜັງສື, ສອນວິຊາອາຊີບ, ສອນມະນຸດໃຫ້ເປັນຢ່າງດີ; ປັບປຸງວິທີການສິດສອນ, ການຮ່ຳຮຽນຢ່າງບໍ່ຢຸດຢັ້ງ; ຮ່ຳຮຽນຕິດກັບການປະຕິບັດຕົວຈິງ ເພື່ອແນໃສ່ສ້າງໃຫ້ມີຖັນແຖວມະນຸດທັງມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດ ເພື່ອຮັບໃຊ້ປະຊາຊົນ, ຮັບໃຊ້ປະເທດຊາດ. ຢາກເຮັດໄດ້ສິ່ງດັ່ງກ່າວ, ຕາມທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລ້ວ, ສິ່ງທີ່ມີຄວາມໝາຍຕັດສິນຊີ້ຂາດນັ້ນແມ່ນຕ້ອງມີເນື້ອໃນຫຼັກສູດຮ່ຳຮຽນຢ່າງແທດຈິງ ແລະ ສ້າງຖັນແຖວຄູອາຈານທີ່ມີຄວາມໝັ້ນຄົງທາງດ້ານການເມືອງ, ມີຄວາມເກັ່ງກ້າສາມາດດ້ານວິຊາການ, ມີຄູນສົມບັດ ແລະ ສຸດຈິດສຸດໃຈກັບພາລະກິດບຳລຸງສ້າງ.
ທ່ານເລຂາທິການໃຫຍ່ສະເໜີໃຫ້ຂະແໜງສຶກສາ ຮ່າໂນ້ຍ ປຸກລະດົມ ແລະ ປະຕິບັດຂະບວນການຮັກສາແບບແຜນດຳລົງຊີວິດວັດທະນະທຳ, ສິວິໄລຢ່າງມີປະສິດທິຜົນ, ສ້າງສະພາບແວດລ້ອມການສຶກສາທີ່ປອດໄສ, ພ້ອມທັງສືບຕໍ່ຂຸດຄົ້ນບັນດາແຫຼ່ງກຳລັງເພື່ອຮັບໃຊ້ໃນພາລະກິດການສຶກສາ. ທ່ານກ່າວວ່າ:
“ສືບຕໍ່ເຂົ້າໃຈຢ່າງຖືກຕ້ອງ ແລະ ປະຕິບັດແຜນນະໂຍບາຍຫັນການສຶກສາເປັນວຽກງານສັງຄົມໃຫ້ດີກ່ວາອີກ, ຂຸກຄົ້ນທຸກໆແຫຼ່ງກຳລັງຂອງທຸກຂັ້ນ, ທຸກຂະແໜງການ, ບັນດາອົງການຈັດຕັ້ງມະຫາຊົນ, ບັນດາພາກສ່ວນເສດຖະກິດ, ຂອງທົ່ວສັງຄົມ, ສ້າງກຳລັງແຮງສັງລວມເພື່ອເພີ່ມທະວີພື້ນຖານດ້ານວັດຖຸອຸປະກອນທີ່ທັນສະໄໝ, ຕອບສະໜອງວຽກງານສຶກສາ, ສິດສອນທີ່ມີຄຸນນະພາບສູງກ່ວາ. ພ້ອມທັງຕິດພັນການເຄື່ອນໄຫວຂອງໂຮງຮຽນກັບການເຄື່ອນໄຫວສັງຄົມ, ເດັດດຽວຕ້ານບັນດາປະກົດການທີ່ຫຍໍ້ທໍ້ໃນຂົງເຂດການສຶກສາ.”