ເລຂາທິການໃຫຍ່ເປັນປະທານກອງປະຊຸມຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ,ຕ້ານການສໍ້ລາດບັງຫຼວງ

ເລຂາທິການໃຫຍ່ເປັນປະທານກອງປະຊຸມຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ,ຕ້ານການສໍ້ລາດບັງຫຼວງ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ ຫງວຽນ​ຟຸ​ຈ​້ອງ
(ພາບ: noichinh)


(vovworld) -​ ຕອນ​ເຊົ້າ​ວັນ​ທີ 28/12, ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄ​ະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟຸ​ຈ​້ອງ, ຫົວ​ໜ້າ​ຄະ​ນະ​ຊ​ີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 9 ຂອງ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ຄະ​ນະ​ຊ​ີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ໄ​ດ້​ປຶກ​ສາ​ຫາ​ລື, ໃຫ້​ຄຳ​ເຫັນ​ໃສ່​ບັນ​ດາ​ເນື້ອ​ໃນ​ຄື: ຄວາມ​ຄືບ​ໜ້າ​ຂອງ​ການປະ​ຕິ​ບັດ​ຂໍ້​ສະ​ຫຼຸບ​ຂອງ​ເລ​ຂາ​ທິ​ການ​ໃຫຍ່, ຫົວ​ໜ້າ​ຄະ​ນະ​ຊ​ິ້​ນຳ​ທີ່​ກອງ​ປະ​ຊຸ​ມ​ຄັ້ງ​ທີ 8 ຂອງ​ຄະ​ນະ​ຊີ້​ນຳ; ບົດ​ລາຍ​ງານ​ຂອງ​ຄະ​ນະ​ຊີ້​ນຳ​ກ່ຽ​ວ​ກັບ​ສະ​ພາບ​ການ, ໝາກ​ຜົນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ປີ 2015 ແລະ ທິດ​ທາງ, ໜ້າ​ທີ່ປີ 2016; ບົດ​ລາຍ​ງານ​ສະ​ຫຼຸບ 3 ປີແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ຊ​ີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ; ໂຄງ​ການ​ຈຸດ​ສຸມ​ປີ 2016 ຂອງ​ຄະ​ນະ​ຊີ້​ນຳ​ພ້ອມ​ກັບ​ບາງ​ເນື້ອ​ໃນ​ທີ່​ກ່ຽວ​ຂ​້ອງ​ອື່ນໆ.

ຂ່າວ/ບົດ​ອື່ນ