ເລຂາທິການໃຫຍ່ແລະນາຍົກລັດຖະມົນຕີຫວຽດນາມຕ້ອນຮັບປະທານາທິບໍດີຟີລີບປິນ
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບ
ທ່ານປະທານາທິບໍດີ ຟີລີບປິນ Rodrigo Duterte
(vovworld) - ຕອນບ່າຍວັນທີ 29/09 ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ໃຫ້ການຕ້ອນຮັບ ທ່ານປະທານາທິບໍດີ ສາທາລະນະລັດ ຟີລີບປິນ Rodrigo Duterte ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕີລາຄາສູງໝາກຜົນແຫ່ງການເຈລະຈາ, ການພົບປະລະຫວ່າງການນຳ ຫວຽດນາມ ແລະ ປະທານາທິບໍດີ ເພື່ອແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດເຂົ້າສູ່ລວງເລິກ ແລະ ແທດຈິງ, ເໝາະສົມກັບຄວາມຫວັງ ແລະ ຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ປະກອບສ່ວນເຂົ້າສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ພາກພື້ນ. ທ່ານເລຂາທິການໃຫຍ່ສະເໜີໃຫ້ 2 ຝ່າຍຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ ແລະ ເສີມຂະຫຍາຍປະສິດທິຜົນບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວລະຫວ່າງ 2 ປະເທດ. ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະສະໜັບສະໜູນ ແລະ ສົມທົບກັບ ຟີລີບປິນ ປະຕິບັດສຳເລັດບົດບາດເປັນປະທານ ອາຊຽນ ໃນປີ 2017 ເປັນຢ່າງດີ, ປະກອບສ່ວນສ້າງປະຊາຄົມ ອາຊຽນ ໃຫ້ເຂັ້ມແຂງ, ເອກະພາບ ແລະ ພັດທະນາ. ສ່ວນທ່ານ ປະທານາທິບໍດີ ສາທາລະນະລັດ ຟີລີບປິນ Rodrigo Duterte ເນັ້ນໜັກວ່າ: ຟີລີບປິນ ຖືເປັນສຳຄັນການຊຸກຍູ້ການພົວພັນຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ, ຖືວ່າ ເລື່ອງ 2 ຝ່າຍຕັ້ງໜ້າຜັນຂະຫຍາຍເນື້ອໃນການພົວພັນຄູ່ຮ່ວມມືຍຸດທະສາດຢ່າງມີປະສິດທິຜົນ, ສ້າງ ແລະ ຜັນຂະຫຍາຍໂດຍໄວ ຜ່ານໂຄງການດຳເນີນງານໄລຍະ 2017 – 2022, ເສີມຂະຫຍາຍ ແລະ ຂຸດຄົ້ນຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງ 2 ປະເທດຢ່າງມີປະສິດທິຜົນ ຈະສ້າງພະລັງແຮງໃໝ່ໃຫ້ການພັດທະນາຂອງ 2 ປະເທດ ກໍ່ຄືໃນທົ່ວພາກພື້ນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫວຽນຊວນຟຸ໋ກ ພົບປະ
ທ່ານປະທານາທິບໍດີ ສາທາລະນະລັດ ຟີລີບປິນ Rodrigo Duterte
ແລະກໍ່ໃນຕອນບ່າຍວັນດຽວກັນ, ທີ່ການຕ້ອນຮັບທ່ານປະທານາທິບໍດີ ສາທາລະນະລັດ ຟີລີບປິນ Rodrigo Duterte, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫວຽນຊວນຟຸ໋ກ ສະເໜີວ່າ: ໂດຍແມ່ນ 2 ປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ ບົນຈິດໃຈເປັນຄູ່ຮ່ວມມືຍຸດທະສາດ, ຫວຽດນາມ ແລະ ຟີລີບປິນ ຄວນເພີ່ມທະວີການຮ່ວມມືໃນທຸກຂົງເຂດ. ຫວຽດນາມ ໃຫ້ຄຳໝັ້ນສັນຍາ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນ ຟີລີບປິນ ໃນຂົງເຂດປຸງແຕ່ງສະບຽງອາຫານ, ຂຸດຄົ້ນນ້ຳມັນ. ສ່ວນທ່ານ Rodrigo Duterte ກໍ່ຢືນຢັນວ່າ ຟີລີບປິນ ຈະມານະພະຍາຍາມ ເພື່ອປະຕິບັດສຳເລັດບົດບາດເປັນປະທາດຜັດປ່ຽນຂອງ ອາຊຽນ ໃນປີ 2017. ຄຽງຂ້າງນັ້ນ 2 ປະເທດຄວນສົມທົບກັນຢ່າງແໜ້ນແຟ້ນ ເພີ່ມທະວີບົດບາດເປັນໃຈກາງຂອງ ອາຊຽນ ໃນການຮັບມືຕໍ່ບັນດາສິ່ງທ້າທາຍ, ສູ້ຊົນສຳເລັດກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃນປີ 2017.