ເລີ່ມດຳເນີນການເຈລະຈາສັນຍາການຄ້າເສລີ ອາຊຽນ-ການາດາ
(VOVWORLD) -ອາຊຽນ ແລະ ການາດາ ເລີ່ມດຳເນີນການເຈລະຈາສັນຍາການຄ້າເສລີ(FTA) ອາຊຽນ ແລະ ການາດາ ທີ່ກອງປະຊຸມທາບທາມຄຳເຫັນຂັ້ນລັດຖະມົນຕີ ເສດຖະກິດ ອາຊຽນ -ການາດາ ຄັ້ງທີ 10 ໄດ້ໄຂຂຶ້ນໃນວັນທີ 17 ພະຈິກ ຕາມຮູບແບບທາງໄກ.
ກອງປະຊຸມທາບທາມຄຳເຫັນຂັ້ນລັດຖະມົນຕີ ເສດຖະກິດ ອາຊຽນ -ການາດາ ຄັ້ງທີ 10
(ພາບ: ຄະນະເລຂາອາຊຽນ)
|
ການເລີ່ມດຳເນີນບັນດາການເຈລະຈາ ສະແດງໃຫ້ເຫັນວ່າການພົວພັນດ້ານເສດຖະກິດລະຫວ່າງອາຊຽນ-ການາດາ ນັບມື້ນັບເລິກເຊິ່ງ ແລະ ກ້ວາງຂວາງ ແລະ ຄວາມສໍາຄັນຂອງເລື່ອງເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກ່ວາອີກ. ສິ່ງນີ້ກໍ່ໄດ້ສ້າງຂີດໝາຍສຳຄັນໃນສາຍພົວພັນ ອາຊຽນ-ການາດາ ແມ່ນບາດເດີນທີ່ມີຄວາມໝາຍໃນຄຳເໝັ້ນສັນຍາໃໝ່ຂອງ ການາດາ ຕໍ່ກັບດ້ານການຄ້າ ແລະເສດຖະກິດໃນພາກພື້ນ.
ທ່ານ Dato Lim Jock ເລຂາທິການໃຫ່ຍ ອາຊຽນໃຫ້ຮູ້ວ່າ “ສັນຍາ FTA ຈະເພີ່ມທະວີການພົວພັນເສດຖະກິດອາຊຽນ-ການາດາ, ເຊື່ອມຕໍ່ອາຊຽນ ເຂົ້າໃກ້ກັບຕ່ອງໂສ້ມູນຄ່າທົ່ວໂລກ ແລະ ປັບປຸງຄວາມສາມາດເຂົ້າເຖິງຕະຫຼາດໃຫ້ແກ່ບັນດາວິສາຫະກິດ ອາຊຽນ ແລະ ການາດາ”
ເຮືອງຈ່າ, ນັກຂ່າວ VOV ປະຈຳ ອິນໂດເນເຊຍ