ເລີ່ມດຳເນີນລາຍການ 100 ນະຄອນມີຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
ພາບປະກອບ
|
(vovworld) – ວັນທີ 13/12, ຢູ່ນະຄອນ ເກີນເທີ, ກອງທຶນ Rocefeller ໄດ້ຈັດຕັ້ງກອງປະຊຸມສຳມະນາເລີ່ມເຄື່ອນໄຫວນະຄອນ ເກີນເທີ ແລະ ລາຍການ 100 ນະຄອນ ມີຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ກອງປະຊຸມສຳມະນາເພື່ອແນໃສ່ກຳນົດທິດການພັດທະນາຍຸດທະສາດຮັບມືສັງລວມໄລຍະຍາວຂອງນະຄອນ, ຕ້ອງຮັບມືກັບນ້ຳແກ່ງ, ນ້ຳທະເລຂຶ້ນ, ຄ້ຳປະກັນສະບຽງອາຫານ ແລະ ໂລກລະບາດ. ລາຍການໄດ້ຮັບການສ້າງຂຶ້ນດ້ວຍກອງທຶນ Rocefeller, ເພື່ອຊ່ວຍບັນດານະຄອນໃນໂລກຕໍ່ໜ້າສິ່ງທ້າທາຍນັບມື້ນັບເພີ່ມຂຶ້ນຂອງສະຕະວັດທີ 21 ກ່ຽວກັບເສດຖະກິດ - ສັງຄົມ. ໂດຍເປັນນະຄອນໃຫຍ່ສຸດຂອງເຂດທົ່ງພຽງແມ່ນ້ຳຂອງ, ນະຄອນ ເກີ່ນເທີ ຕ້ອງຮັກສາເປັນປະຈັນບານໃນພາກພື້ນເພື່ອແນໃສ່ສ້າງຕັ້ງ ແລະ ແຜ່ຂະຫຍາຍຈິນຕະນາການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.