ເລີ່ມຕົ້ນການເຈລະຈາໃຫມ່ກ່ຽວກັບໂຄງການນິວເຄຼຍຂອງອີຣານ

ເລີ່ມຕົ້ນການເຈລະຈາໃຫມ່ກ່ຽວກັບໂຄງການນິວເຄຼຍຂອງອີຣານ - ảnh 1
ພາບ​ປະ​ກອບ:soha.vn

(vovworld)-​​ວັນ​ທີ15/10 ຢູ່ ນະ​ຄອນ​ຫລວງ ວຽນ ປະ​ເທດ ອົດ​ຕະ​ລິດ, ທ່ານ John Kerry, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣານ Mohammad Javad Zarif ແລະ ຜູ້​ຕາງ​ຫນ້າ​ຂັ້ນ​ສູງ ຮັບ​ຜິດ​ຊອບ​ນະ​ໂຍ​ບາຍ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ການ​ຕ່າງ​ປະ​ເທດ ຂອງ ສ​ະ​ຫະ​ພາບ​ເອີ​ລົບ (EU) ທ່ານ​ນາງ Catherine Ashton ພ້ອມ​ກັນ​ເລີ່ມ​ຕົ້ນ​ການ​ປຶກ​ສາ​ຫາ​ລື​ ຊຶ່ງ​ຖືກ​ຕົກ​ເຂົ້າ​ສູ່​ສະ​ພາບ​​ຈົນ​ຕາ​ແຈ​ກ່ຽວ​ຂ້ອງ​ເຖິງ​ໂຄງ​ການ​ນິ​ວ​ເຄຼຍ ຂອງ ເຕ​ເຮ​ຣານ.

        ບັນ​ດາ​ການ​ປຶກ​ສາ​ຫາ​ລື​ດຳ​ເນີນ​ໄປ ​ກ່ອນ​ການ​ກຳ​ນົດ​ເວ​ລາ​ສຸດ​ທ້າຍ 6 ອາ​ທິດ ຊື່ງ​ບັນ​ດາ​ຝ່າຍ​ໄດ້​ວາງ​ອອກແມ່ນວັນ​ທີ24/11 ເພື່ອ​ບັນ​ລ​ຸ​ຂໍ້​ຕົກ​ລົງ​ຮອບ​ດ້ານ​ກ່ຽວ​ກັບ​ໂຄງ​ການ​ນິວ​ເຄຼຍ​ຂອງ ເຕ​ເຮ​ຣານ ຊື່ງ​ຝ່າຍ​ຕາ​ເວັນ​ຕົກ​ຖື​ວ່າ ແມ່ນ​ແຜນ​ການ​ຮັບ​ໃຊ້​ການ​ຜະ​ລິດ​ອາ​ວຸດ​ລ້າງ​ຜານ. ກ່ອນ​ທີ່​ດຳ​ເນີນ​ການ​ເຈ​ລະ​ຈາ​ດັ່ງ​ກ່າວ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລີ​ກາ  John Kerry ຖື​ວ່າ: ຍັງ​ມີ​ສິ່ງກ​ີດ​ຂວາງ​ຫລາຍ​ຢ່າງ​ຕ້ອງ​ແກ້​ໄຂ ແຕ່​ຂໍ້​ຕົກ​ລົງ​ສຸດ​ທ້າຍ ອາດ​ຈະ​ບັນ​ລຸ​ໄດ້​ຖືກ​ຕ້ອງ​ກັບ​ການ​ກຳ​ນົດ​ເວ​ລາ​ສຸດ​ທ້າຍແມ່ນ​ວັນ​ທີ 24/10.

 

ຂ່າວ/ບົດ​ອື່ນ