ເລີ່ມປະຕິບັດ “ໂຄງການສ້າງຄວາມສະດວກດ້ານການຄ້າ”

(VOVWORLD) -ລັດຖະບານ ຫວຽດນາມ ຕັດສິນໃຈປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງແຫ່ງຊາດ ແລະ ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ມີຄວາມໂປງໃສ, ສະດວກ, ສະເໝີພາບໃຫ້ແກ່ປະຊາຄົມວິສາຫະກິດ. 
ເລີ່ມປະຕິບັດ “ໂຄງການສ້າງຄວາມສະດວກດ້ານການຄ້າ” - ảnh 1 ພິທີເລີ່ມປະຕິບັດໂຄງການສ້າງຄວາມສະດວກດ້ານການຄ້າ (ພາບ: BNEWS/TTXVN)

ວັນທີ 10 ກໍລະກົດ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມປະຕິບັດໂຄງການສ້າງຄວາມສະດວກດ້ານການຄ້າໂດຍອົງການພັດທະນາສາກົນ ອາເມລິກາ (USAID) ອຸປະຖຳ. ໂຄງການໄດ້ໜູນຊ່ວຍເຕັກນິກໃນການສ້າງຄວາມສະດວກດ້ານການຄ້າເຊິ່ງໄດ້ຮັບການໃຫ້ສັດຕະຍາບັນ ຈາກລັດຖະບານ ແລະ ມອບໝາຍໃຫ້ກະຊວງການເງິນເປັນອົງການຮັບຜິດຊອບດ້ວຍຍອດເງິນອຸປະຖຳກ່ວາ 21 ລ້ານ USD. ໂຄງການຈະໄດ້ປະຕິບັດພາຍໃນ 5 ປີ ດ້ວຍເປົ້າໝາຍລວມແມ່ນປະຕິຮູບ ແລະ ຫັນບັນດາລະບຽບການບໍລິຫານເປັນມາດຕະຖານ, ກົມກ່ຽວ ແລະ ງ່າຍດາຍໃນຂົງເຂດນຳເຂົ້າ - ສົ່ງອອກ, ເໝາະສົມກັບບັນດາມາດຕະການສາກົນເພື່ອແນໃສ່ປະຕິບັດສົນທິສັນຍາສ້າງຄວາມສະດວກດ້ານການຄ້າຂອງອົງການການຄ້າສາກົນ (WTO TFA) ແລະ ແຜນນະໂຍບາຍຂອງລັດຖະບານກ່ຽວກັບການປະຕິຮູບວຽກງານກວດກາຕາມຂະແໜງສະເພາະສໍາລັບສິນຄ້າສົ່ງອອກນຳເຂົ້າ.

        ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຕັດສິນໃຈປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງແຫ່ງຊາດ ແລະ ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ມີຄວາມໂປງໃສ, ສະດວກ, ສະເໝີພາບໃຫ້ແກ່ປະຊາຄົມວິສາຫະກິດ. ໃນສະພາບການນັ້ນ, ໂຄງການໜູນຊ່ວຍເຕັກນິກສ້າງເງື່ອນໄຂສະດວກດ້ານການຄ້າໂດຍ ອາເມລິກາ ອຸປະຖຳເຊິ່ງລັດຖະບານ ຫວຽດນາມ ໄດ້ກຳນົດວ່າ ແມ່່ນແທດຈິງ ແລະ ເໝາະສົມກັບໄລຍະເວລາ.


ຕອບກັບ

ຂ່າວ/ບົດ​ອື່ນ