ເລີ່ມລົງມືກໍ່ສ້າງ ໂຄງການທາງຫຼວງ 19 ຢູ່ແຂວງບິ່ງດິ້ງ

ເລີ່ມລົງມືກໍ່ສ້າງ ໂຄງການທາງຫຼວງ 19 ຢູ່ແຂວງບິ່ງດິ້ງ - ảnh 1
ທ່າ​ກໍ່າ​ປັ່ນ ກີວ​ເຍີ​ນ
(ພາບປະກອບ)


(vovworld) -     ຕອນ​ເຊົ້າ​ວັນ​ທີ 23/12, ຢູ່​ແຂວງ​ບິ່ງ​ດິ້ງ, ​ໄດ້​ດຳ​ເນີນ​ພິທີ​ເລີ່​ມລົງມື​ກໍ່ສ້າງ​​ເສັ້ນທາງ​ຫຼວງ 19, ຕອນ​ແຕ່​ທ່າ​ກໍ່າ​ປັ່ນ ກີວ​ເຍີ​ນ ​​ເຊິ​ງ​ທາງ​ຫຼວງ 1A. ທາງ​ຫຼວງ 19 ​​​ແມ່ນໜຶ່ງ​ໃນ​ 5 ແລວ​ຂົນ​ສົ່ງ​ຕົ້ນ​ຕໍ່​ຂອງ​ເຂດ​ທິດ​ໃຕ້​ພາກ​ກາງ, ມີ​ບົດບາດ​ສຳຄັນ​ໃນ​ແລວ​ເສດຖະກິດ​ທິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກິມ​ເງິນ ​ເນັ້ນ​ໜັກ​ວ່າ.

“ນີ້​ແມ່ນ​ເສັ້ນ​ທາງ​ຂົນ​ສົ່ງ​ທີ່​ຂະຫຍັນ​ຂັນ​ເຂື່ອນດ້ວຍ​ປາກ​ທາງ​ແມ່ນ​ທ່າ​ກໍ່າ​ປັນ​ກີ​ວ​ເຍີ​ນ. ​ເພາະສະ​ນັ້ນ, ​ເລື່ອງ​ລົງທຶນ​ຍົກ​ລະດັບ​ທາງ​ຫຼວງ 19 ຈະ​ສ້າງ​ເງື່ອນ​ໄຂ​​ໃຫ້​ແກ່​ການພັດທະນາ​ເສດຖະກິດ​ສັງຄົມ ​ແລະ ຮັບປະກັນ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ ບໍ່​ພຽງ​​ແຕ່​ໃຫ້​ແຂວງ ບິ່ງ​ດິ້ງ ​ເທົ່າ​ນັ້ນ ຫາກ​ຍັງ​ໃຫ້​ທົ່ວ​ເຂດ​ເສດຖະກິດ​ຈຸດ​ສຸມ​ທາງ​ພາກ​ກາງ, ບັນດາ​ແຂວງ ​ໃຕ​ຫງວຽນ ​ເຊື່ອມ​ຕໍ່​ກັບ​ປະ​ເທດ​ເພື່ອນ​ມິດ​​ໃນເຂດ​ພາກ​ໃຕ້​ຂອງ​ລາວ, ​ເຂດ​ຕາມ​ເວັນ​ອອກ​ສຽງ​ເໜືອ​ກຳປູ​ເຈຍ ​ແລະ ​ໄທ ອີກ​ດ້ວຍ. ດ້ວຍ​ຄວາມ​ໝາຍ​ສຳຄັນ​ຂອງ​ໂຄງການ, ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ຄະນະ​ພັກ​ແຂວງ, ຄະນະ​ກຳມະການ​ປະຊາຊົນ ຊີ້​ນຳ​ບັນດາ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ​ເຂົ້າຂອງ​ລົງທຶນ ​ແລະ ຫົວໜ່ວຍ​ປະຕິບັດ ຕ້ອງ​ປະ​ຕິ​ບັດ​​ບັນດາ​ຂໍ້ກຳນົດກ່ຽວ​ກັບການ​ຄຸ້ມ​ຄອງ​ຄຸມ​ນະພາ​ບຂອງ​ກິດຈະການຢ່າງ​ເຂັ້ມ​ງວດ, ຮັບປະກັນ​ໃຫ້​ກິດຈະການ​ບັນລຸ​ຄຸນ​ນະພາ​ບກ່ຽວ​ກັບ​ທາງ​ດ້ານ​ສີ​ລິ​ປະ, ​ເຕັກນິກ, ສຳ​ເລັດ​ຕາມ​ແຜນການ​ທີ່​ໄດ້​ວາງ​ອອກ.”

ໂຄງການ​ກໍ່ສ້າງ​ທາງ​ຫຼວງ 19 ​ແຂວງ​ບິ່ງ​ດິ້ງ ລວມຄວາມ​ຍາວ 18 ກ.ມ ດ້ວຍ​ຍອດ​ຈຳນວນ​ເງິນ​ທຶນ​ເກືອບ 3.300 ຕື້ນ​ດົ່ງ.

ຂ່າວ/ບົດ​ອື່ນ