ເລີ່ມເຄື່ອນໄຫວລາຍການ “ນະຄອນ ໂຮ່ຈີມິນ - ສິ່ງດູດດື່ມ 100 ຢ່າງ”

(VOVWORLD) -ລາຍການດັ່ງກ່າວໄດ້ຮັບການຜັນຂະຫຍາຍເປັນຫຼາຍປີແລ້ວ, ເພື່ອແນໃສ່ໂຄສະນານະຄອນ “ເປີດອົກເປີດໃຈ - ໜຸ່ມແໜ້ນ - ມີຊີວິດຊີວາ - ເບີກບານສຳລານໃຈ - ມຸ່ງໄປເຖິງອະນາຄົດ”.
ເລີ່ມເຄື່ອນໄຫວລາຍການ “ນະຄອນ ໂຮ່ຈີມິນ - ສິ່ງດູດດື່ມ 100 ຢ່າງ” - ảnh 1ທີ່ກອງປະຊຸມຖະແຫຼງຂ່າວ
(ພາບ: hcmcpv.org.vn)

        ຕອນບ່າຍວັນທີ 26 ທັນວາ, ພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ ໄດ້ຈັດກອງປະຊຸມຖະແຫຼງຂ່າວລາຍການ “ນະຄອນ ໂຮ່ຈີມິນ - ສິ່ງດູດດື່ມ 100 ຢ່າງ” ປີ 2022 ດ້ວຍຫົວຂໍ້ “ສິ່ງທີ່ເຄີຍປະພຶດຢ່າງມີຊີວິດຊີວາ”. ລາຍການຈະຄັດເລືອກບັນດາສະຖານທີ່ຢ້ຽມຢາມ, ສະຖານທີ່ຊື້ຂາຍ, ຮາກຖານພັກຜ່ອນ, ຫ້ານອາຫານ, ເຍື່ອງອາຫານແຊບ… ເພື່ອສ້າງສິ່ງດູດດື່ມ 100 ຢ່າງຢູ່ນະຄອນ ໂຮ່ຈີມິນ.

        ຕາມທ່ານນາງ ຫງວຽນທິແອັງຮວາ, ຫົວໜ້າພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ ແລ້ວ, ລາຍການດັ່ງກ່າວໄດ້ຮັບການຜັນຂະຫຍາຍເປັນຫຼາຍປີແລ້ວ, ເພື່ອແນໃສ່ໂຄສະນານະຄອນ “ເປີດອົກເປີດໃຈ - ໜຸ່ມແໜ້ນ - ມີຊີວິດຊີວາ - ເບີກບານສຳລານໃຈ - ມຸ່ງໄປເຖິງອະນາຄົດ”.

ຕອບກັບ

ຂ່າວ/ບົດ​ອື່ນ