(vovworld) – ໂຮງລະຄອນຕຸກກະຕານ້ຳ ຫວຽດນາມ ຫາກໍ່ປະກາດໝາກຜົນໃນເບື້ອງຕົ້ນຂອງໂຄງການຮ່ວມມືສິລະປະລະຫວ່າງໂຮງລະຄອນຕຸກກະຕາ ຫວຽດນາມ ແລະ ອົງການ Inter Riviera SA ຝຣັ່ງ. ນີ້ແມ່ນຄັ້ງທຳອິດທີ່ສິລະປະຕຸກກະຕຳນ້ຳ ຫວຽດນາມ ສະແດງເລື່ອງນິທານ Andersen, ເຊິ່ງແມ່ນວັນນະຄະດີຂອງຕ່າງປະເທດ, ເພື່ອສ້າງຄວາມດຶງດູດກ່ວາໃຫ້ຕຸກກະຕານ້ຳທີ່ເປັນມູນເຊື້ອຂອງ ຫວຽດນາມ. ນັກສິລະປີນດີເດັ່ນ ຫງວຽນຕ໋ຽນຢຸ້ງ, ຮອງຜູ້ອຳນວນການໂຮງລະຄອນຕຸກກະຕານ້ຳ ຫວຽດນາມ, ໃຫ້ຮູ້ວ່າ:
“ບັນດາເລື່ອງນິທານທີ່ດີເດັ່ນຂອງນັກປະພັນແດນມາດ Andersen ທີ່ນຳເຂົ້າເວທີສະແດງຕຸກກະຕານ້ຳທັງໂຄສະນາສິລະປະສະແດງຕຸກກະຕານ້ຳ ຫວຽດນາມ ທັງເຊື່ອມໂຍງເຂົ້າກັບສິລະປະສະແດງສາກົນອີກ. ຂ້າພະເຈົ້າຄິດວ່າ, ນັ້ນແມ່ນການສົມທົບດີທີ່ສຸດ.”
ຄາດວ່າ, ລາຍການນີ້ຈະຖືກນຳໄປສະແດງຢູ່ນະຄອນຫຼວງ ປາຣີ, ປະເທດ ຝຮັ່ງ ໃນເດືອນ 12/2013, ຫຼັງຈາກນັ້ນຈະນຳໄປສະແດງຢູ່ປະເທດ ຝຣັ່ງໃນເດືອນ 6 ແລະ 12/2014 ໃນຂອບເຂດລາຍກນປີ ຫວຽດນາມ ຢູ່ຝຣັ່ງ.