ເວທີປາຖະກະຖາ MDEC-ເຮົ໊າຢາງປີ2016ຈະດຳເນີນໃນເດືອນກໍລະກົດທີ່ຈະມາເຖິງ
ເວທີປາຖະກະຖາ MDEC-ເຮົ໊າຢາງປີ2016
ຈະດຳເນີນໃນເດືອນກໍລະກົດທີ່ຈະມາເຖິງ
(ພາບ: baochinhphu)
(vovworld) – ເວທີປາໄສການຮ່ວມມືດ້ານເສດຖະກິດ ເຂດທົ່ງພຽງແມ່ນ້ຳຂອງ- ເຮົ໊າຢາງ ປີ 2016 (MDEC- ເຮົ໊າຢາງ 2016) ທີ່ມີຫົວຂໍ້ວ່າ: “ທົ່ງພຽງແມ່ນ້ຳຂອງ-ເປັນເຈົ້າການເຊື່ອມໂຍງ ແລະ ພັດທະນາແບບຍືນຍົງ” ຈະດຳເນີນ ໃນລະຫວ່າງ ວັນທີ 11/7 ເຖິງ ວັນທີ 15/7 ຈະມາເຖິງ.
ເວທີປາໄສ MDEC ແມ່ນການເຄື່ອນໄຫວຮ່ວມສຳພັນແບບເປີດ ເພື່ອແນໃສ່ຍູ້ແຮງ ການໂຄສະນາພາບພົດ ແລະ ຄວາມສາມາດບົ່ມຊ້ອນ, ທ່າແຮງຂອງເຂດ; ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ສ້າງບັນດາການຮ່ວມມື ລະຫວ່າງ ບັນດາແຂວງ, ນະຄອນໃນ ເຂດນຳກັນ, ສຳລັບ ບັນດາແຂວງ, ນະຄອນ ໃນທົ່ວປະເທດ ແລະ ບັນດາກະຊວງ, ຂະແໜງການສູນກາງ; ການຂຸດຄົ້ນທີ່ມີປະສິດທິພາບ ບັນດາແຫຼ່ງກຳລັງທີ່ມີຢູ່ແລ້ວ ຂອງແຕ່ລະທ້ອງຖິ່ນ ແລະ ເຂດ, ນຳມາເຊິ່ງການເຕີບໂຕແບບຍືນຍົງ. ພ້ອມທັງເພີ່ມທະວີການຮ່ວມມື ລະຫວ່າງ ບັນດາແຂວງພາກພື້ນ ທົ່ງພຽງແມ່ນ້ຳຂອງກັບຕ່າງປະເທດ, ການຮ່ວມມື ກັບບັນດາປະເທດທີ່ມີຜົນປະໂຫຍດ ກ່ຽວຂ້ອງໃນການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນແມ່ນ້ຳຂອງ; ການຮ່ວມມືສົ່ງເສີມດ້ານການຄ້າ, ສົ່ງເສີມດ້ານການລົງທຶນ ແລະ ດ້ານທ່ອງທ່ຽວ.