ເວທີປາໄສ ຕຳຫຼວດທະເລ ອາຊຽນ ເພື່ອວິໄສທັດຮັບປະກັນຄວາມໝັ້ນຄົງໃນການເດີນເຮືອ
(VOVWORLD) - ເວທີປາໄສ ຕຳຫຼວດທະເລ ອາຊຽນ ດ້ວຍຫົວຂໍ້ “ວິໄສທັດໃຫ້ແກ່ເຂດທະເລແຫ່ງສັນຕິພາບ, ຄວາມປອດໄພ ແລະ ໝັ້ນຄົງ”ຄັ້ງທຳອິດໄດ້ຈັດຕັ້ງຂຶ້ນຢູ່ Bali ປະເທດ ອິນໂດເນເຊຍ ແຕ່ວັນທີ 22 – 25 ພະຈິກ.
ທ່ານ ພົນເຮືອຕີ Aan Kurnia ກ່າວຄຳເຫັນທີ່ການຖະແຫຼງຂ່າວໄຂ ເວທີປາໄສ ຕຳຫຼວດທະເລ ອາຊຽນ ຢູ່ອິນໂດເນເຊຍ (ພາບ: Kompas)
|
ເວທີປາໄສ ໄດ້ປະກອບສ່ວນຊອກຫາວິໄສທັດລວມ, ຮັບປະກັນໃຫ້ພາກພື້ນມີຄວາມປອດໄພ ແລະ ສະດວກເພື່ອແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ. ບັນດາຜູ້ແທນເຂົ້າຮ່ວມເວທີປາໄສໄດ້ປຶກສາຫາລືກ່ຽວກັບການຮ່ວມມືໃນການເດີນທະເລກໍ່ຄືແຜນການທີ່ໄດ້ແບ່ງປັນຂໍ້ມູນຂ່າວສານລະຫວ່າງອົງການຄວາມໝັ້ນຄົງການເດີນເຮືອຢູ່ພາກພື້ນອາຊຽນໃນແຕ່ລະເດືອນ.