ເວທີປາໄສກົດໝາຍອາຊຽນ

ເວທີປາໄສກົດໝາຍອາຊຽນ - ảnh 1
(ເວທີປາໄສກົດໝາຍອາຊຽນ)

(vovworld)- ຕອນ​ເຊົ້າ​ ວັນ​ທີ 14/11, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ຍຸດ​ຕິ​ທຳຫວຽດ​ນາມ ໄດ້​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ກົດ​ໝາຍ​ອາ​ຊຽນ ດ້ວຍ​ຫົວ​ຂໍ້ “ບາງ​ສົນ​ທິ​ສັນ​ຍາ​ຂອງກອງ​ປະ​ຊຸມ​ລາ​ໄຮ ກ່ຽວ​ກັບ​ກົດ​ໝາຍສາ​ກົນ ​ທີ່​​ກ່ຽວພັນ​ກັບ​ອາ​ຊຽນ”. ຕາງ​ໜ້າ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​​ຊຽນ, ຄະ​ນະ​ປະ​ຈຳ​ກອງ​ປະ​ຊຸມ​ລາ​ໄຮ ແລະ ຄະ​ນະ​ເລ​ຂາ​ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ.

        ກ່າວ​ຄວາມ​ເຫັນ​ເປີດ​ເວ​ທີ​ປາ​ໄສ, ທ່ານ ຫງວຽນ​ແຂງ​ຫງ໋ອກ​ ຮອງ​​ລັດ​ຖະ​ມົນ​ຕີກະ​ຊວງ​ຍຸດ​ຕິ​ທຳ ຢືນ​ຢັນ​ວ່າ: ໃນ​ຊຸມ​ປີ​ຜ່ານ​ມາ, ການ​ຮ່ວມ​ມື​ ລະ​ຫວ່າງ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ມີ​ບາດ​ກ້າວ​ທີ່​ສຳ​ຄັນ, ນັບ​ມື້​ນັບ​ແທດ​ຈິງ, ຮອບ​ດ້ານ​ ໃນຫຼາຍ​ຂົງ​ເຂດ. ຮອດ​ປັດ​ຈຸ​ບັນ, ອາ​ຊຽນ ​ມີ 4 ປະ​ເທດ ເປັນ​ສະ​ມາ​ຊິກ ຂອງກອງ​ປະ​ຊຸມລາ​ໄຮ ດ້ວຍ​ຈຳ​ນວນສົນ​ທິ​ສັນ​ຍາ ​ທີ່​ບັນ​ດາ​ປະ​ເທດ​ອາ​ຊຽນ​ເຂົ້າ​ຮ່ວມ ແມ່ນ 12 ສົນ​ທິ​ສັນ​ຍາ. ບັນ​ດາ​ບາດ​ກ້າວ​ນີ້ ໄດ້​ສ້າງ​ພື້ນ​ຖານ​ດ້ານ​ນິ​ຕິ​ກຳ​ສາ​ກົນ ໃຫ້​ແກ່​​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຍຸດ​ຕິ​ທຳ​ສາ​ກົນ ລະ​ຫວ່າງ ບັນ​ດາ​ປະ​ເທດ​ອາ​ຊຽນ ກັບ​ສາ​ກົນໂດຍ​ກົງ ​ກໍ່​ຄື​ໃນ​ປະ​ຊາ​ຄົມ​ອາ​ຊຽນ.

        ຫວຽດ​ນາມ ກາຍ​ເປັນ​ສະ​ມາ​ຊິກກອງ​ປະ​ຊຸມລາ​ໄຮ ໃນ​ປີ 2013; ເຂົ້າ​ຮ່ວມສົນ​ທິ​ສັນ​ຍາ​ລາ​ໄຮ  ປີ 1993 ກ່ຽວ​ກັບການ​ປົກ​ປັກ​ຮັກ​ສາເ​ດັກນ້ອຍ ແລະ ການ​ຮ່ວມ​ມື ​ໃນ​ຂົງ​ເຂດ​ລ້ຽງ​ລູກ​ລ້ຽງ​ສາ​ກົນ ໃນ ປີ 2011 ແລະ ສົນ​ທິ​ສັນ​ຍາລາ​ໄຮ ກ່ຽວ​ກັບການ​ສົ່ງອອກ​ຕ່າງ​ປະ​ເທດ ໜັງ​ສື​ທີ່​ກ່ຽວ​ຂ້ອງ​ເຖິງ​ກົດ​ໝາຍ ແລະ ບໍ່​ກ່ຽວ​ຂ້ອງ​ເຖິງ​ກົດ​ໝາຍ ໃນ​ຂົງ​ເຂດ​ພົນ​ລະ​ເຮືອນ ແລະ ການ​ຄ້າ ໃນ ປີ 2016. ພ້ອມ​ນັ້ນ, ຫວຽດ​ນາມ ກໍ່​ພວມ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຄົ້ນ​ຄ້​ວາ​ຄວາມ​ສາ​ມາດ​ ເຂົ້າ​ຮ່ວມ​ບັນ​ດາ​ສົນ​ທິ​ສັນ​ຍາ​ອື່ນໆ​ ຂອງກອງ​ປະ​ຊຸມ​ລາ​ໄຮ ​ທີ່ກ່ຽວ​ຂ້ອງ​ໂດຍ​ກົງ​ ເຖິງ​ການ​ຮ່ວມ​ມື​ດ້ານ​ກົດ​ໝາຍ ແລະ ດ້​ານ​ຍຸດ​ຕິ​ທຳ ເຊັ່ນ​ສົນ​ທິ​ສັນ​ຍາ ກ່ຽວ​ກັບ​ຍົກ​ເວັ້ນການ​ຫັນ​ໜັງ​ສື​ ໃຫ້​ຖືກ​ຕ້ອງ​ຕາມ​ກົດ​ໝາຍ, ສົນ​ທິ​ສັນ​ຍາເກັບ​ໂຮມຫຼັກ​ຖານ, ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ບັນ​ດາແງ່​ມູນ​ ຂອງ​ການຫຼອກ​ຈັບ​ຕົວ​ເດັກ​ນ້ອຍ. ດັ່ງ​ນັ້ນ, ເວ​ທີ​ປາ​ໄສ​ກົດ​ໝາຍ​ອາ​ຊຽນ ໃນຄັ້ງ​ນີ້ ​ແມ່ນ​ໂອ​ກາດ ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ກົດ​ໝາຍ, ເປັນ​ຕົ້ນ​ແມ່ນ​ໃນ​ຂົງ​ເຂດ​ພົນ​ລະ​ເມືອງ ແລະ ການ​ຄ້າ.

ຂ່າວ/ບົດ​ອື່ນ