ເວທີປາໄສການຮ່ວມມືເສດຖະກິດຫວຽດນາມ-Slovakia
ທ່ານ ຮ່ວາງຈູງຫາຍ ແລະ ທ່ານ Ľubomir Vazny
(ພາບ: dangcongsan.vn)
(vovworld) – ໃນຂອບເຂດການຢ້ຽມຢາມ ສ. Slovakia ຢ່າງເປັນທາງການໃນລະຫວ່າງວັນທີ 3 – 5/12/2015, ວັນທີ 4/12, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມເວທີປາໄສການຮ່ວມມືເສດຖະກິດ ຫວຽດນາມ - Slovakia ເຊິ່ງຈັດຕັ້ງຢູ່ນະຄອນຫລວງ Bratislava. ນະທີ່ນີ້ ການນຳ 2 ປະເທດ ສະເໜີ 2 ຝ່າຍຕັ້ງໜ້າເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ Slovakia ມີທ່າແຮງ, ແລະ ເໝາະສົມກັບພາລະກິດຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝຂອງ ຫວຽດນາມ ຄື: ອຸດສາຫະກຳສຳຮອງ, ປະກອບລົດໂອໂຕ, ສາທາລະນະສຸກ, ໂຄງລ່າງທ່ອງທ່ຽວ. 2 ຝ່າຍເຫັນດີເປັນເອກະສັນຄວນໜູນໃຊ້ບັນດາກາລະໂອກາດໃຫ້ດີ ເຊິ່ງ FTA ຫວຽດນາມ - ສະຫະພາບ ເອີລົບ, ປະຊາຄົມເສດຖະກິດ ອາຊຽນ ແລະ TPP ນຳມາໃຫ້ ເພື່ອຊຸກຍູ້ການແລກປ່ຽນດ້ານການຄ້າ ບໍ່ພຽງແຕ່ລະຫວ່າງ ຫວຽດນາມ ແລະ Slovakia ເທົ່ານັ້ນ ຫາກຍັງລະຫວ່າງ ຫວຽດນາມ ກັບບັນດາປະເທດສະຫະພາບ ເອີລົບ ແລະ ລະຫວ່າງ Slovakia ກັບບັນດາປະເທດ ອາຊຽນ ແລະ ອາຊີ - ປາຊີຟິກ.