ເວທີປາໄສປະຈຳປີກ່ຽວກັບຄວາມໝັ້ນຄົງພາກພື້ນ ອາຊີຕາເວັນອອກສ່ຽງເໜືອ ຖືກເລື່ອນເວລາດຳເນີນ ຍ້ອນໂລກລະບາດໂຄວິດ - 19
(VOVWORLD) -ວັນທີ 27 ມິຖຸນາ, ສຳນັກຂ່າວສານ Kyodo (ຍີ່ປຸ່ນ) ໃຫ້ຮູ້ວ່າ ເວທີປາໄສ ປະຈຳປີ ຄວາມໝັ້ນຄົງ ອາຊີຕາເວັນອອກສ່ຽງເໜືອ ຫຼືຍັງເອີ້ນວ່າ “ການສົນທະນາ Ulaanbaatar” ຈະສືບຕໍ່ຖືກເລື່ອນເວລາດຳເນີນໃນປີ 2021 ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19.
(ພາບປະກອບ: montsame.mn) |
ຂໍ້ລິເລີ່ມ “ການສົນທະນາ Ulaanbaatar ກ່ຽວກັບຄວາມໝັ້ນຄົງໃນພາກພື້ນ ອາຊີຕາເວັນອອກສ່ຽງເໜືອ” ໄດ້ຍົກອອກມາຄັ້ງທຳອິດໃນປີ 2013 ແລະ ຈັດຂຶ້ນເປັນປະຈຳປີນັບແຕ່ປີ 2014 ມານີ້. ໃນເບື້ອງຕົ້ນ, ເວທີປາໄສໄດ້ຮັບການສ້າງຕັ້ງຂຶ້ນເພື່ອແກ້ໄຂຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີ, ຊຸກຍູ້ການພັດທະນາຄວາມໄວ້ເນື້ອເຊື່ອໃຈ ແລະ ສ້າງສັນຕິພາບໃນພາກພື້ນ. ຕາມການເວລາ, ເວທີປາໄສດັ່ງກ່າວຖືກຈັດຂຶ້ນຕາມກົນໄກເປີດ ແລະ ກວມລວມ, ໂດຍມີການເຂົ້າຮ່ວມຂອງອົງການຕາງໜ້າບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ, ເນື້ອໃນປຶກສາຫາລືກໍ່ໄດ້ຮັບການເປີດກວ້າງໃນຫຼາຍຂົງເຂດຄືຄວາມໝັ້ນຄົງ, ພະລັງງານ, ພື້ນຖານໂຄງລ່າງ, ການພັດທະນາຂຽວ, ໂອກາດຮ່ວມມືມະນຸດສະທຳ ແລະ ບັນດາບັນຫາອື່ນໆອີກດ້ວຍ.