ເວທີປາໄສປະຈຳປີເຂດແຄມທະເລອາຊີຕາເວັນອອກສຽງໃຕ້ຄັ້ງທີ2

ເວທີປາໄສປະຈຳປີເຂດແຄມທະເລອາຊີຕາເວັນອອກສຽງໃຕ້ຄັ້ງທີ2 - ảnh 1
ພາບປະກອບ:internet


 (vovworld)-​​​ເວທີ​ປາ​ໄສ​ດັ່ງກ່າວ​ໂດຍ​ອົງການ​ອະ​ນຸລັກ​ຮັກສາ​ທຳ​ມະ​ຊາດ​ສາກົນ(IUCN), ກະຊວງ​ຊັບ​ພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ກົມ​ໃຫຍ່​ທະ​ເລ ​ແລະ ໝູ່​ເກາະ ຫວຽດນາມ(VASI) ສົມທົບ​ກັນ​ຈັດ​ຕັ້ງ​ຢູ່​ແຂວງ ຊອກ​ຈັງ ​ແຕ່​ວັນ​ທີ 15-18/10 ດຶງ​ດູດ​ຜູ້​ແທນ​ເກືອບ 200 ທ່ານ​ທີ່​ຕາງຫນ້າ​ໃຫ້​ວົງ​ຄະນາ​ຍາດ​ທ້ອງ​ຖິ່ນ, ບັນດາ​ອົງການ​ລັດ, ສະຖາບັນ, ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ, ອົງການ​ສື່​ມວນ​ຊົນ​ສາມ​ປະ​ເທດ ກຳປູ​ເຈຍ, ​ໄທ ​ແລະ ຫວຽດນາມ. ທີ່ີ​ເວທີ​ປາ​ໄສ, ບັນດາ​ຜູ້​ແທນ​ມາ​ຈາກ​ບັນດາ​ປະ​ເທດ​ໄດ້​ເຂົ້າ​ຮ່ວມ​ພື້ນ​ທີ່​ຕົວ​ຈິງ​ກ່ຽວ​ກັບ​ບັນດາ​ຮູບ​ແບບ, ວິທີ​ການ​ຮັບ​ມື​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຊື່​ງຊາວ ຫວຽດນາມພວມປະສົບໄພ, ​ເປັນ​ຕົ້ນ​ປະຊາຊົນ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳ​ຂອງ​ພາກ​ໃຕ້​ຫວຽດນາມ​ພວມ​ໝູນ​ໃຊ້ ​ແລະ ​​ເສີມ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ໃນເບື້ອງ​ຕົ້ນ.

ຂ່າວ/ບົດ​ອື່ນ