ເວທີປາໄສວິສາຫະກິດ ຫວຽດນາມ - ສ.ເຊັກໂກ

(VOVWORLD) - ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ຮ່ວມມືກັບລັດຖະບານ ສ.ເຊັກໂກ ຢ່າງແໜ້ນແຟ້ນ, ເພີ່ມທະວີການແບ່ງປັນບົດຮຽນໃນຂົງເຂດເຊິ່ງ 2 ປະເທດມີຄວາມສາມາດບົ່ມຊ້ອນ ແລະ ມີຜົນປະໂຫຍດ
ເວທີປາໄສວິສາຫະກິດ ຫວຽດນາມ - ສ.ເຊັກໂກ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ກ່າວຄຳເຫັນໄຂເວທີປາໄສ)

ຕອນບ່າຍວັນທີ 21 ເມສາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ແລະ ທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Petr Fiala ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ສ.ເຊັກໂກ.

ກ່າວຄຳເຫັນໄຂເວທີປາໄສ, ທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Petr Fiala ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ສ.ເຊັກໂກ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ຫວຽດນາມ ແລະ ສ.ເຊັກໂກ ພວມໝູນໃຊ້ກາລະໂອກາດເຊິ່ງສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA) ນຳມາໃຫ້ເປັນຢ່າງດີ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າຢ່າງແຮງກວ່າອີກ.

ຕໍ່ໜ້າບັນດາວິສາຫະກິດຂອງ 2 ປະເທດ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຢືນຢັນວ່າ ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ຮ່ວມມືກັບລັດຖະບານ ສ.ເຊັກໂກ ຢ່າງແໜ້ນແຟ້ນ, ເພີ່ມທະວີການແບ່ງປັນບົດຮຽນໃນຂົງເຂດເຊິ່ງ 2 ປະເທດມີຄວາມສາມາດບົ່ມຊ້ອນ ແລະ ມີຜົນປະໂຫຍດ, ຄື: ພະລັງງານ, ສິ່ງແວດລ້ອມ, ວິທະຍາສາດ, ເຕັກໂນໂລຊີ, ການສຶກສາ ບຳລຸງສ້າງ, ການທ່ອງທ່ຽວ… ຫວຽດນາມ ໃຫ້ຄຳໝັ້ນສັນຍາສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດເປັນຢ່າງດີທີ່ສຸດ ມຸ່ງໄປເຖິງມາດຕະຖານຂອງ OECD (ມາດຕະຖານສາກົນສຳລັບບັນດານັກວາງແຜນນະໂຍບາຍ, ນັກລົງທຶນ, ບໍລິສັດ ແລະ ບັນດາຝ່າຍທີ່ມີຜົນປະໂຫຍດກ່ຽວຂ້ອງອື່ນໆໃນທົ່ວໂລກ). ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ເຊື່ອໝັ້ນວ່າ ເວທີປາໄສນີ້ຈະແມ່ນກາລະໂອກາດເພື່ອໃຫ້ປະຊາຄົມວິສາຫະກິດຂອງ 2 ປະເທດ ສ້າງລາຍການ, ແຜນການຮ່ວມມືຢ່າງລະອຽດໃນໄລຍະຈະມາເຖິງ.

ທີ່ເວທີປາໄສ, ນາຍົກລັດຖະມົນຕີທັງ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງຮ່ວມມືບາງສະບັບລະຫວ່າງອົງການ, ວິສາຫະກິດຂອງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ