ເວທີປາໄສວີສາຫະກິດ ຫວຽດນາມ - ອີນເດຍ ຢູ່ New Delhi
(ພາບປະກອບ)
(vovworld) - ກ່າວຄຳເຫັຍທີ່ພິທີໄຂເວທີປາໄສ, ທ່ານຮອງຫົວໜ້າກົມຕະຫຼາດອະຟລິກາ - ອາຊີຕາເວັນຕົກ - ອາຊີໃຕ້ ສັງກັດກະຊວງອຸດສາຫະກຳການຄ້າຫວຽດນາມ ເລທ໋າຍຮ່ວາ ໃຫ້ຮູ້ວ່າ ຫວຽດນາມ ໄດ້ຕັ້ງໜ້າເຊື່ອມໂຍງດ້ານເສດຖະກິດໃນພາກພື້ນ ແລະ ຢູ່ໃນໂລກ, ຫວຽດນາມ ພວມມານະພະຍາຍາມເພື່ອກາຍເປັນປະທານອຸດສາຫະກຳໃນປີ 2020. ປະຈຸບັນ, ຫວຽດນາມ ໄດ້ມີການພົວພັນດ້ານການຄ້າກັບຫຼາຍປະເທດ ແລະ ເຂດແຂ້ວນໃນໂລກ. ການພົວພັນດ້ານການຄ້າລະຫວ່າງຫວຽດນາມ - ອີນເດຍ ໄດ້ພັດທະນາດີພໍສົມຄວນໃນຊຸມປີຜ່ານມາ. ປະຈຸບັນ, ອີນເດຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າອັນດັບໜຶ່ງຂອງຫວຽດນາມ. ໃນປີ 2012, ວົງເງິນການຄ້າ 2 ສົ້ນບັນລຸລະດັບ 2,16 ຕື້ USD. ໃນ 9 ເດືອນຕົ້ນປີ 2013, ວົງເງິນການຄ້າ 2 ສົ້ນລະຫວ່າງຫວຽດນາມ - ອີນເດຍບັນລຸ 3,935 ຕື້ USD, ໃນນັ້ນການສົ່ງອອກຂອງຫວຽດນາມ ບັນລຸ 1,835 ຕື້ USD ແລະ ນ້ຳເຂົ້າແມ່ນ 2,1 ຕື້ USD.