(vovworld) – “ຊຸກຍູ້ ແລະ ເພີ່ມທະວີການຮ່ວມມືເຊື່ອມຕໍ່ບັນດາວິສາຫະກິດ, ມຸ່ງໄປເຖິງການພັດທະນາກະສິກຳຮອບດ້ານ ແລະ ໝັ້ນຄົງ” ແມ່ນຫົວຂໍ້ຂອງເວທີປາໄສກະສິກຳລະຫວ່າງຫວຽດນາມ - ຍີ່ປຸ່ນ ຖືກດຳເດີນໃນຕອນບ່າຍວັນທີ 12/08 ຢູ່ຮ່າໂນ້ຍ. ທີ່ເວທີປາໄສ, ບັນດາວິສາຫະກິດອັນດັບໜຶ່ງຂອງຫວຽດນາມ ແລະ ຍີ່ປຸ່ນ ພ້ອມກັນແລກປ່ຽນກ່ຽວກັບກາລະໂອກາດຮ່ວມມືລົງທຶນ, ກໍຄືແບ່ງປັນຄວາມສະມາດ ແລະ ທ່າແທງກະສິກຳຂອງທ້ອງຖິ່ນຕ່າງໆ. ເນື້ອໃນຕົ້ນຕໍ່ທີ່ໄດ້ສຸມໃສ່ປຶກສາຫາລືແມ່ນການມອບສົ່ງ ແລະ ນຳໃຊ້ເຕັກໂນໂລຊີໃນຂະແໜງກະສິກຳ, ການຜະລິດ ຜະລິດຕະພັນກະເສດທີ່ມີຄຸນນະພາບເພື່ອສົ່ງອອກຕະຫຼາດຍີ່ປຸ່ນ. ທ່ານ ຫງວຽນວັນເຕີນ, ຮອງຜູ້ອຳນວຍການໃຫຍ່ ບໍລິສັດສິນໃນນ້ຳ ຫວຽດນາມ ຍົກຄຳເຫັນວ່າ.
“ຄວາມຮຽກຮ້ອງດ້ານຄຸນນະພາບຂອງຕະຫຼາດຍີ່ປຸ່ນ ແມ່ນສູງກວ່າ ເມື່ອທຽບໃສ່ບັນດາຕະຫຼາດອື່ນ, ມີຜະລິດຕະພັນບາງປະເພດ ເມື່ອສົ່ງອອກຕ້ອງມີຕົ້ນກຳເນີດ, ເຂດລ້ຽງ ກໍຄືເຕັກໂນໂລຊີໃນການປຸງແຕ່ງ. ດ້ວຍຄວາມເອົາໃຈໃສ່ທາງດ້ານກົນໄກນະໂຍບາຍຂອງລັດ, ວິສາຫະກິດເຊື່ອໝັ້ນວ່າຈະມີຄວາມສາມາດຢ່າງພຽງພໍ ເພື່ອສຳພັດກັບຕະຫຼາດຍີ່ປຸ່ນ, ຍ້ອນນີ້ແມ່ນຕະຫຼາດສົ່ງອອກສິນໃນນ້ຳຕົ້ນຕໍ່ໃນໄລຍະຈະມາເຖິງ.”
ສ່ວນທ່ານລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເລກ໋ວກແຢນ ໃຫ້ຮູ້ວ່າ.
“ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ພວມສ້າງດຳລັດກ່ຽວກັບນະໂຍບາຍສົ່ງເສີມການລົງທຶນຈາກຕ່າງປະເທດເຂົ້າໃນຂົງເຂດກະສິກຳ, ຊົນນະບົດ. ນີ້ແມ່ນພື້ນຖານເພື່ອໃຫ້ບັນດາຝ່າຍເພີ່ມທະວີການຮ່ວມມືຊຸກຍູ້ການພັດທະນາກະສິກຳຫວຽດນາມ. ດ້ວຍບັນດາບົດຮຽນທີ່ມີຢູ່ແລ້ວຂອງບັນດາວິສາຫະກິດ 2 ປະເທດ ແລະ ຄວາມປາດຖະໜາຢາກຮ່ວມມືລົງທຶນ, ພວກເຮົາຈະຊອກໄດ້ຫູານຈຸດລວມ, ເສີມຂະຫຍາຍທ່າແຮງ ແລະ ສະດວກ ເພື່ອແນໃສ່ເພີ່ມທະວີການຮ່ວມມືເພື່ອພາລະກິດ ແລະ ຜົນປະໂຫຍດລວມຂອງ 2 ປະເທດ.”