ເວທີປາໄສວິສາຫະກິດຫວຽດນາມຢູ່ຍີ່ປຸ່ນ
(ພາບປະກອບ)
(vovworld) - ກະຊວງອຸດສາຫະກຳການຄ້າ ໄດ້ສົມທົບກັບສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ແລະ ສະມາຄົມວິສາຫະກິດຫວຽດນາມ ປະຈຳຍີ່ປຸ່ນ ຫາກໍຈັດເວທີປາໄສວິສາຫະກິດຫວຽດນາມ ຢູ່ຍີ່ປຸ່ນ. ກ່າວຄຳເຫັນໄຂເວທີປາໄສ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຍີ່ປຸ່ນ ດ່ວານຊວນຮືງ ສະເໜີໃຫ້ບັນດາຜູ້ແທນ ແລະ ແຂກຖືກເຊີນປະກອບຄຳເຫັນ ເພື່ອແນໃສ່ຊອກຫາບັນດາມາດຕະການຢ່າງຕັ້ງໜ້າທີ່ສຸດ ເພື່ອຊ່ວຍຊາວຫວຽດນາມ, ວິສາຫະກິດຫວຽດນາມ ອາໄສຢູ່ຍີ່ປຸ່ນ ດຳລົງຊີວິດ ແລະ ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ, ບົນພື້ນຖານການພົວພັນ 2 ຝ່າຍຫວຽດນາມ - ຍີ່ປຸ່ນ ພວມພັດທະນາຢ່າງສະດວກ…
ທີ່ເວທີປາໄສ, ບັນດາຜູ້ແທນ ແລະ ແຂກຖືກເຊີນ ໄດ້ຮັບຟັງທ່ານ ເລອານຫາຍ, ຮອງຫົວໜ້າກົມຕະຫຼາດອາຊີ - ປາຊີຟິກ, ກະຊວງອຸດສາຫະກຳການຄ້າ ຕີລາຄາກ່ຽວກັບກຳລັງແກ່ງແຍ້ງຂອງສິນຄ້າຫວຽດນາມ ແລະ ແງ່ຫວັງຮ່ວມມືຫວຽດນາມ - ຍີ່ປຸ່ນ, ຄຳກ່າວປາໄສຂອງທ່ານປະທານສະມາຄົມວິສາຫະກິດຫວຽດນາມ ປະຈຳຍີ່ປຸ່ນ ກ່ຽວກັບສະພາບການເຄື່ອນໄຫວຂອງສະມາຄົມວິສາຫະກິດຫວຽດນາມ ຢູ່ຍີ່ປຸ່ນ ແລະ ບັນຫາເລີ່ມສ້າງອາຊີບ.