ເວທີປາໄສວິສາຫະກິດຫວຽດນາມ-ສະຫະພັນລັດເຊຍ
ເວທີປາໄສວິສາຫະກິດຫວຽດນາມ-ສະຫະພັນລັດເຊຍ
(vovworld) - ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ - ລັດເຊຍ, ວັນທີ 12/10, ຢູ່ນະຄອນຫລວງ ມົດສະກູ, ສະຫະພັນ ລັດເຊຍ, ກົມສົ່ງເສີມການຄ້າ - ກະຊວງອຸດສາຫະກຳການຄ້າສົມທົບກັບສະຖານທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ຈັດຕັ້ງເວທີປາໄສວິສາຫະກິດ ຫວຽດນາມ - ສະຫະພັນ ລັດເຊຍ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ລ້າຍງອກດ່ວານ ອັກຄະລັດຖະທູດ ຕີລາຄາສູງການສະໜອງຢ່າງຕັ້ງໜ້າຂອງບັນດາວິສາຫະກິດ 2 ປະເທດ ພ້ອມທັງຖືວ່າ: ເວທີປາໄສໄດ້ຮັບການຈັດຕັ້ງໃນຈຸດເວລາທີ່ເໝາະສົມ, ເມື່ອສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສຳພັນທະມິດເສດຖະກິດ ອາຊີ - ເອີລົບ ຫາກໍ່ມີຜົນສັກສິດເມື່ອວັນທີ 05/10/2016. ທ່ານນາງ ບູຍທິແທງອານ ຮອງຫົວໜ້າກົມສົ່ງເສີມການຄ້າ ຫວຽດນາມ ເນັ້ນໜັກວ່າ:
“ຂ້າພະເຈົ້າເຊື່ອໝັ້ນວ່າ: ເວທີປາໄສແມ່ນສະຖານທີ່ເໝາະສົມທີ່ສຸດ ເພື່ອໃຫ້ວິສາຫະກິດ ຫວຽດນາມ ແລະ ສະຫະພັນ ລັດເຊຍ ພົບປະ, ແລກປ່ຽນ, ຊອກຫາກາລະໂອກາດຮ່ວມມື, ສ້າງການພົວພັນຄູ່ຮ່ວມມືດຳເນີນທຸລະກິດ - ລົງທຶນໂດຍກົງ. ເວທີປາໄສ ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ແນະນຳເຖິງຜູ້ອຸປະໂພກບໍລິໂພກສະຫະພັນ ລັດເຊຍ ບັນດາຜະລິດຕະພັນຂອງຕົນທີ່ມີຄຸນນະພາບດີ, ຮູບແບບງາມ, ເປັນປົກກະຕິ ແລະ ລາຄາແກ່ງແຍ້ງກັນ”