ເວທີປາໄສສົນທະນາຫາລືເສດຖະກິດ ຫວຽດນາມ - Kansai
( ພາບ : TTXVN)
ຕອນເຊົ້າວັນທີ 22 ພະຈິກ, ເວທີປາໄສສົນທະນາຫາລືເສດຖະກິດຫວຽດນາມ - Kansai ຄັ້ງທີ່ 5 ໄດ້ຖືກໄຂຂຶ້ນ ຢູ່ນະຄອນ ດ່າໜັງ. ເວທີປາໄສ ດັ່ງກ່າວມີຫົວຂໍ້ວ່າ: “ຄວາມສາມາດບົ່ມຊ້ອນ ກາລະໂອກາດຮ່ວມມືການລົງທຶນຫວຽດນາມ - ຍີ່ປູ່ນ”, ສືບຕໍ່ແມ່ນໂອກາດສົ່ງເສີມການລົງທຶນຈຸດສຸມລະດັບຊາດ, ເພື່ອແນໃສ່ເພິ່ມທະວີການດຶງດູດ ແລະ ນຳໃຊ້ບັນດາແຫຼ່ງເງິນລົງທຶນຈາກຕ່າງປະເທດຢ່າງມີປະສິດທິຜົນສູງ. ປະຈຸບັນ, ຍີ່ປູ່ນມີກ່ວາ 1 ພັນ 600 ໂຄງການລົງທຶນໂດຍກົງເຂົ້າຫວຽດນາມດ້ວຍຈຳນວນທຶນ ກ່ວາ 22 ຕື້ ໂດລາສະຫະລັດ, ວົງເງິນການຄ້າ ລະຫວ່າງ 2 ປະເທດບັນລຸ ເກືອບ 15 ຕື້ ໂດລາສະຫະລັດ. ກ່າວຄຳເຫັນທີ່ພິທີໄຂເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຮ່ວາງຈູງຫາຍ ຊີ້ແຈງວ່າ:
ເວທີປາໄສຄັ້ງນີ້, ແມ່ນເຫດການ ສົນທະນາຫາລືດ້ານເສດຖະກິດລະດັບຊາດປະຈຳປີ ລະຫວ່າງ 2 ປະເທດພວກເຮົາ, ແມ່ນໝາກຜົນຂອງການຢ້ຽມຢາມກ່ອນນັ້ນ ແລະ ໃຫ້ຄຳໝັ້ນສັນຍາຊຸກຍູ້ການລົງທຶນລະຫວ່າງຍີ່ປູ່ນ ແລະ ຫວຽດນາມຂອງການນຳຂັ້ນສູງຂອງ 2 ປະເທດ. ກອງປະຊຸມຄັ້ງນີ້ ແມ່ນໂອກາດ ທີດີ ເພື່ອໃຫ້ພວກເຮົາປຶກສາຫາລືກ່ຽວກັບນະໂຍບາຍ, ຄວາມສາມາດບົ່ມຊ້ອນ ແລະ ໂອກາດລົງທຶນ, ພ້ອມກັນນັ້ນກໍ່ວາງອອກບັນດາມາດຕະການລະອຽດເພື່ອແນໃສ່ຊຸກຍູ້ບັນດາແຫຼ່ງເງິນລົງທຶນເຂົ້າ ແລວເສດຖະກິດ ຕາເວັນອອກ - ຕາເວັນຕົກ ແລະ ບັນດາເຂດອ້ອມຂ້າງ ຢູ່ພາກກາງຫວຽດນາມໃນໄລຍະທີ່ຈະມາເຖິງໃຫ້ດີກ່ວາອີກ
ໃນຂອບເຂດເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ເປັນປະທານ 2 ວາລະປຶກສາຫາລືກ່ຽວກັບ “ການພັດທະນາພື້ນຖານໂຄງລ່າງຂອງຫວຽດນາມ ແລະ ແລວເສດຖະກິດ ຕາເວັນອອກ - ຕາເວັນຕົກ ” ແລະ “ພັດທະນາອຸດສາຫະກຳການຜະລິດ ແລະ ສຳຮອງ.