ເວທີປາໄສເດັກແຫ່ງຊາດຄັ້ງທີ 5 ປີ 2017

(VOVWORLD) - ຕອນເຊົ້າວັນທີ 26 ສິງຫາ, ຢູ່ຮ່າໂນ້ຍ ໄດ້ຈັດເວທີປາໄສເດັກແຫ່ງຊາດຄັ້ງທີ 5 ປີ 2017 ທີ່ມີຫົວຂໍ້ວ່າ : ເດັກນ້ອຍກັບບັນຫາປ້ອງກັນ ແລະ ຕ້ານການໃຊ້ຄວາມຮຸນແຮງ, ການທຳຮ້າຍເດັກ
ເວທີປາໄສເດັກແຫ່ງຊາດຄັ້ງທີ 5 ປີ 2017 - ảnh 1 ເດັກທີ່ເຂົ້າຮ່ວມເວທີປາໄສ

ຕອນເຊົ້າວັນທີ 26 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງແຮງງານ, ສະຫວັດດີການສັງຄົມໄດ້ສົມທົບກັບກຳມາທິການວັດທະນະທຳ. ການສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນ ສະພາແຫ່ງຊາດຫວຽດນາມ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ໄດ້ຈັດເວທີປາໄສເດັກແຫ່ງຊາດຄັ້ງທີ 5 ປີ 2017 ທີ່ມີຫົວຂໍ້ວ່າ : ເດັກນ້ອຍກັບບັນຫາປ້ອງກັນ ແລະ ຕ້ານການໃຊ້ຄວາມຮຸນແຮງ, ການທຳຮ້າຍເດັກ. ທ່ານນາງ ດາວຮົ່ງລານ, ຮອງລັດຖະມົນຕີກະຊວງແຮງງງານ, ທະການເສຍອົງຄະ ແລະ ສັງຄົມໃຫ້ຮູ້ວ່າ : 

    “ກະຊວງແຮງງານ, ທະການເສຍອົງຄະ ແລະ ສັງຄົມສັງລວມບັນດາຄຳຄິດເຫັນ, ຂໍ້ສະເໜີຂອງເດັກທີ່ ເວທີປາໄສເດັກແຫ່ງຊາດເພື່ອລາຍງານຕໍ່ລັດຖະບານ, ພ້ອມທັງສົ່ງເຖິງບັນດາກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງເພື່ອພິຈາລະນາແກ້ໄຂ. ບັນດາຄຳຄິດເຫັນທີ່ຊອບທຳຂອງພວກນ້ອງຈະໄດ້ຮັບການພິຈາລະນາ, ແກ້ໄຂເພື່ອໃຫ້ພວກເຮົາປົກປ້ອງເດັກ ”

ຕອບກັບ

ຂ່າວ/ບົດ​ອື່ນ