ເວທີປາໄສເພື່ອສັນຕິພາບຈັດຂຶ້ນຢູ່ເກາະ Jeju ຮຽກຮ້ອງການຮ່ວມມືທົ່ວໂລກຜ່ານຜ່າສິ່ງທ້າທາຍ

(VOVWORLD) -ການປ່ຽນແປງຂອງດິນຟ້າອາກາດ, ເລື່ອງຈັດແບ່ງວັກຊີນກັນໂຄວິດ 19 ແລະ ການຟື້ນຟູເສດຖະກິດໂລກຫລັງໂລກລະບາດກໍ່ແມ່ນບັນຫາຊຶ່ງບັນດາຜູ້ແທນໄດ້ຍົກອອກມາປຶກສາຫາລື. 
ເວທີປາໄສເພື່ອສັນຕິພາບຈັດຂຶ້ນຢູ່ເກາະ Jeju ຮຽກຮ້ອງການຮ່ວມມືທົ່ວໂລກຜ່ານຜ່າສິ່ງທ້າທາຍ - ảnh 1 ທ່ານ Ban Ki-moon ອະດີດເລຂາທິການໃຫຍ່ ສປຊ ກ່າວຄຳເຫັນທີ່ເວທີປາໄສ (ພາບ: Yonhap)

ພາຍຫລັງເຮັດວຽກມາເປັນເວລາ 3 ມື້, ເວທີປາໄສຕາມຮູບການອອນລາຍເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນ ໄດ້ອັດລົງໃນວັນທີ 26 ມິຖຸນາ ຢູ່ ເກາະ Jeju ຂອງ ສເກົາຫລີ ດ້ວຍຄຳຮຽກຮ້ອງຕ້ອງມີການກະທຳລວມໝູ່ຢ່າງແຮງກວ່າ ເພື່ອແນໃສ່ປະເຊີນຫນ້າກັບການປ່ຽນແປງຂອງດິນຟ້າອາກາດ, ໂລກລະບາດ, ໄພນາບຂູ່ຄວາມໝັ້ນຄົງ ແລະ ບັນດາສິ່ງທ້າທາຍຂ້າມຊາຍແດນອື່ນ. ເວທີປາໄສ ໄດ້ເຕົ້າໂຮມການເຂົ້າຮ່ວມຂອງຜູ້ແທນກວ່າ 2000 ຄົນທີ່ມາຈາກ 50 ອົງການ ແລະ ສູນຄົ້ນຄ້ວາຂອງ 30 ປະເທດ.

ທີ່ເວທີປາໄສ, ບັນດາຜູ້ແທນໄດ້ເນັ້ນຫນັກເຖິງຄວາມສຳຄັນຂອງລັດທິຫລາຍຝ່າຍໃນສະພາບປະກົດອອກມີຄວາມວິຕົກກັງວົນຫລາຍຢ່າງກ່ຽວກັບລັດທິລຳພັງຝ່າຍດຽວ, ລັດທິຊົນຊາດ ແລະ ອາລັກຂາຢູ່ບາງພາກພື້ນໃນໂລກ. ບັນດາຜູ້ແທນໄດ້ຮຽກຮ້ອງເພີ່ມທະວີຄວາມມານະພະຍາຍາມສາກົນເພື່ອແນໃສ່ຊຸກຍູ້ການຮ່ວມມືຫລາຍຝ່າຍ. ນອກນັ້ນ ການປ່ຽນແປງຂອງດິນຟ້າອາກາດ, ເລື່ອງຈັດແບ່ງວັກຊີນກັນໂຄວິດ 19 ແລະ ການຟື້ນຟູເສດຖະກິດໂລກຫລັງໂລກລະບາດກໍ່ແມ່ນບັນຫາຊຶ່ງບັນດາຜູ້ແທນໄດ້ຍົກອອກມາປຶກສາຫາລື.

ຕອບກັບ

ຂ່າວ/ບົດ​ອື່ນ