ເວທີປາໄສແມ່ຍິງ ຫວຽດນາມ- ສເກົາຫລີ ປີ 2013

(vovworld)-   ນີ້​ແມ່ນ​ເວທີ​ປາ​ໄສ ​ໂດຍ​ສະຫະພັນ​ແມ່ຍິງ ຫວຽດນາມ  ​ແລະ ສະ​ຖາ​ບັນ​ພັດທະນາ​ແມ່ຍິງ ສ​ເກົາຫລີ ​ເປັນ​ຄັ້ງ​ທຳ​ອິດ​ຈັດ​ຕັ້ງ​ຂຶ້ນ​ ໃນ​ວັນ​ທີ 15/11 ຢູ່ ຮ່າ​ໂນ້ຍ.

ເວທີປາໄສແມ່ຍິງ ຫວຽດນາມ- ສເກົາຫລີ ປີ 2013 - ảnh 1
ເວທີປາໄສແມ່ຍິງ ຫວຽດນາມ- ສເກົາຫລີ ປີ 2013
photo:nhandan.com.vn

ທີ່​ເວທີ​ປາ​ໄສ​ຄັ້ງ​ນີ້, ບັນດາ​ຜູ້​ແທນ​ໄດ້​ແລກປ່ຽນ​ບົດຮຽນ​ຂອງ​ແຕ່ລະ​ປະ​ເທດ​ໃນ​ການ​ສ້າງ ​ແລະ ປະຕິບັດ​ນະ​ໂຍບາຍ​ພັດທະນາ​ກ່ຽວ​ກັບ​ການ​ພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ​ຍິງ, ສອນ​ວິຊາ​ຊີບ ​ແລະ ​ແນະນຳ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ແມ່ຍິງ. ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ກາລະ​ໂອກາດ​ຮ່ວມ​ມື​ໃນ​ບັນດາ​ບັນຫາ​ແມ່ຍິງ ​ແລະ ກຳນົດ​ບັນດາ​ເນື້ອ​ໃນ​ໃຫ້​ແກ່​ເວທີ​ປາ​ໄສ​ຄັ້ງ​ທີ 2 ຈັດ​ຂຶ້ນ​ຢູ່ ສ​ເກົາຫລີ ​ເພື່ອ​ຊຸກຍູ້​ຄວາມ​ກ້າວຫນ້າ ​ແລະ ຄວາມ​ສະ​ເຫມີ​ພາບ​ລະຫວ່າງ​ຍິງ​ຊາຍ ຂອງ​ແມ່ຍິງ​ສອງ​ປະ​ເທດ. ​ໃນ​ໂອກາດ​ນີ້ ສະຫະພັນ​ແມ່ຍິງ​ຫວຽດນາມ ​ແລະ ສະ​ຖາ​ບັນ​ພັດທະນາ​ແມ່ຍິງ ສ​ເກົາຫລີ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ.

 

 

 

ຂ່າວ/ບົດ​ອື່ນ