ເວ​ເນ​ຊູ​ເອລາ ຕັດການ​ພົວພັນ​ທາງ​ການ​ທູດ​ກັບ ​ໂກ​ໂລ​​ມໂບ

(VOVWORLD) -ພະນັກງານທາງການທູດ ແລະ ສະຖານກົງສູນ ໂກໂລມໂບ  ຕ້ອງອອກຈາກດິນແດນ ເວເນຊູເອລາ ພາຍໃນ 24 ຊົ່ວໂມງ.

        ວັນທີ 23 ກຸມພາ, ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ໄດ້ຖະແຫຼງວ່າ ເວເນຊູເອລາ ຕັດການພົວພັນທາງການທູດ ກັບ ໂກໂລມໂບ ໂດຍກ່າວຫາລັດຖະບານປະເທດນີ້ ພວມມີການກະທໍາໜູນຫຼັງດ້ວຍກົນອຸບາຍກໍ່ຄວາມຂາດສະຖຽນລະພາບ ແລະ ໂຄ່ນລົ້ມອໍານາດການປົກຄອງທີ່ຖືກຕ້ອງຕາມກົດໝາຍ ເຊ່ິງ ຝ່າຍຄ້ານ ເວເນຊູເອລາ ພວມດໍາເນີນ. ກ່່າວຄໍາເຫັນໃນການໂຮມຊຸມນຸມມິດຕິນ ໂດຍມີການເຂົ້າຮ່ວມຂອງຜູ້ສະໜັບສະໜູູນນັບລ້ານໆຄົນ ຢູ່ນະຄອນຫຼວງ Caracas, ທ່ານປະທານາທິບໍດີີ Maduro ໄດ້ກ່າວປະນາມການສະໜັບສະໜູນຂອງຄູ່ຕໍາແໜ່່ງ ໂກໂລມໂບ Ivan Duque ສໍາລັບບັນດາການກະທໍາເກາະຜິດຂອງກຸ່ມຝ່າຍຄ້ານຫົວຮຸນແຮງ, ໂດຍທ່ານປະທານາທິບໍດີ ອ້າງເອົາຕໍາແໜ່ງເອງ Juan Guaido ເປັນຜູ້ນໍາໜ້າປຸກລະດົມ ພາຍໃຕ້ການໜູນຫຼັງຂອງລັດຖະບານ ອາເມລິກາ. ທ່ານປະທານາທິບໍດີ Maduro ຖືວ່າ ເວເນຊູເອລາ ບໍ່ສາມາດສືບຕໍ່ອົດທົນ ແລະ ຍອມຮັບເລື່ອງເສັ້ນຊາຍແດນຕິດຈອດກັບ ໂກໂລມໂບ ຖືກນໍາໃຊ້ເຂົ້າໃນການບຸກໂຈມຕີ ຕ້ານຄືນການຮັກສາອໍານາດອະທິປະໄຕໄດ້. ທ່ານໄດ້ກໍານົດວ່າ ພະນັກງານທາງການທູດ ແລະ ສະຖານກົງສູນ ໂກໂລມໂບ  ຕ້ອງອອກຈາກດິນແດນ ເວເນຊູເອລາ ພາຍໃນ 24 ຊົ່ວໂມງ.

ຕອບກັບ

ຂ່າວ/ບົດ​ອື່ນ