ເວເນຊູເອລາສິ້ນສຸດບັ້ນຫາສຽງເລືອກຕັ້ງ ປະທານາທິບໍດີ

ເວເນຊູເອລາສິ້ນສຸດບັ້ນຫາສຽງເລືອກຕັ້ງ ປະທານາທິບໍດີ - ảnh 1
ທ່ານ Nicolas Maduro ​ແລະ ທ່ານ Henrique Capriles

(ພາບ:nguyentandung.org)

(vovworld)- ບັ້ນຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງປະທານາທິບໍດີ​ເວ​ເນ​ຊູ​ເອລາ ​ໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 11/4, ​ໃນ​ນັ້ນ, ທ່ານ Nicolas Maduro ຮັກສາ​ການ​ປະທານາທິບໍດີ ​ແລະ ທ່ານ  Henrique Capriles ຜູ້​ວ່າການ​ລັດ Mirinda ຊື່​ງ​ແມ່ນ​ຜູ້​ອອກ​ສະໝັບຮັບ​ເລືອກ​ຕັ້ງ​ເດັ່ນ​ກ່ວາ​ໝູ່ ​ໄດ້​ມີ​ບັນດາ​ການ​ເຄື່ອນ​ໄຫວ​ຂົນຂວາຍ​ຢ່າງ​ຮີບ​ເຮັ່ງ ​ແລະ ລຽນຕິດ​ດ້ວຍ​ຈຸດໝາຍ​ກາຍ​ເປັນ​ຜູ້ນຳ​ປະ​ເທດ​ອາ​ເມ​ລິ​ກາ​​ໃຕ້ ນີ້​ໃນ​ຮອບ​ເວລາ 6 ປີ​ຂ້າງ​ໜ້າ. ວັນ​ທີ 11/4, ກ່າວ​ຄຳ​ເຫັນ​ທີ່​ນະຄອນຫຼວງ Caracas ຕໍ່​ຫນ້າຜູ້​ສະໜບັສະ​ໜູນ​ນັບ​ລ້ານໆ​ຄົນ, ທ່ານ Nicolas Maduro ຮັກສາ​ການ​ປະທານາທິບໍດີ ​ໄດ້​ຮຽກຮ້ອງ​ໃຫ້​ປະຊາຊົນ​ໄປ​ປ່ອນ​ບັດ ​ແລະ ຢືນຢັນ​ວ່າ ຖ້າ​ໄດ້​ຮັບ​ໄຊຊະນະ, ​ທ່ານ​ຈະ​ນຳພາ​ປະ​ເທດ​ຊາດ​ສືບ​ຕໍ່​ການ​ປະຕິວັດ​ເພື່ອ​ຄວາມ​ຍຸດຕິ​ທຳ ​ແລະ ຄວາມ​ກ້າວໜ້າ​ທາງ​ສັງຄົມ ​ໂດຍ​ອະດີດ​ປະທານາທິບໍດີ Hugo Chavez ​ເປັນ​ຜູ້​ລິ​ເລີ່​ມ. ​ໃນ​ຂະນະ​ນັ້ນ, ທ່ານ Henrique Capriles  ຄູ່​​ແຂ່ງ​ຂອງ​ທ່ານ  Nicolas Maduro ​ໄດ້​ຈັດ​ງານ​ຊຸມ​ນຸມິດ​ຕິງ​ຮຽກຮ້ອງ​ປະຊາຊົນ​ປ່ອນ​ບັດ​ໃຫ້​ແກ່​ຕົນ ​ແລະ ​ໃຫ້​ຄຳໝັ້ນສັນຍາ​ວ່າ ຈະ​ນຳ​ມາ​ເຊິ່ງກາລະ​ໂອກາດ​ໃຫ້ປະຊາຊົນ​ທຸກ​ຊັ້ນວັນນະ, ​ເພີ່ມ​ເງິນ​ເດືອນ​ພື້ນຖານ, ຢຸດຕິ​ສະພາ “ສະໜອງ“ ​ນ້ຳມັນ​ບໍ່​ໃຫ້​ຕ່າງປະ​ເທດ….​ການ​ເລືອກ​ຕັ້ງປະທານາທິບໍດີ​​ເວ​ເນ​ຊູ​ເອລາ ຈະ​ດຳ​ເນີນ​ໃນ​ວັນ​ທີ 14/4 ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ