ເສດຖະກິດ ຫວຽດນາມ ຈະຄ່ອຍໆຟື້ນຕົວ ນັບແຕ່ປີ 2014
(ພາບປະກອບ)
(vovworld) – ເສດຖະກິດຫວຽດນາມ ຈະຄ່ອຍໆຟື້ນຕົວນັບແຕ່ປີ 2014, ນີ້ແມ່ນຂໍ້ສັງເກດຖືກຍົກອອກມາທີ່ກອງປະຊຸມສຳມະນາວິທະຍາສາດ “ແງ່ຫວັງເສດຖະກິດຫວຽດນາມປີ 2014“ ເຊິ່ງດຳເນີນໃນຕອນເຊົ້າວັນທີ 12/12 ຢູ່ຮ່າໂນ້ຍ. ຕາມສູນສື່ຂ່າວ ແລະຄາດຄະເນເສດຖະກິດ - ສັງຄົມແຫ່ງຊາດ ທີ່ຂຶ້ນກັບກະຊວງແຜນການ ແລະ ການລົງທຶນແລ້ວ, ຄາດວ່າປີ 2014-2015, ເສດຖະກິດຈະຄ່ອຍໆຟື້ນຕົວ, ໄພເງິນເຟີ້ອາດຈະໄດ້ຮັບການຄວບຄຸມໃນລະດັບ 1 ຕົວເລກ. ທ່ານ ດ່ວານຮົ່ງກວາງ, ນັກຊ່ຽວຊານດ້ານເສດຖະກິດຂອງທະນາຄານໂລກປະຈຳຫວຽດນາມ, ໃຫ້ຂໍ້ສັງເກດວ່າ:
“ບັນດາອົງການຈັດຕັ້ງສາກົນ ໄດ້ຕີລາຄາລວມໂດຍໃຫ້ຮູ້ວ່າ, ບົນພື້ນຖານຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວາມໄວ້ເນື້ອເຊື່ອໃຈຂອງບັນດາວິສາຫະກິດຈະຄ່ອຍໆໄດ້ຮັບການຟື້ນຟູ, ກໍ່ຄືໄພເງິນເຟີ້ຈະໄດ້ຮັບການຄວບຄຸມ, ດັດຊະນີຂອງບັນດານັກຄຸ້ມຄອງການຊື້ຂາຍ (PMI) ກໍ່ເພີ່ມຂຶ້ນ... ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າປີ 2014ສະພາບເສດຖະກິດຈະດີກວ່າປີ 2013 “.