ເສດ​ຖະ​ກິດ ຫວຽດ​ນາມ ປີ 2021: ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​​ອີງ​ໃສ່​ການ​ປ່ຽນ​ແປງ​ໃໝ່, ປະ​ດິດ​ຄິດ​ສ້າງ

(VOVWORLD) -“ປີ 2021 ແມ່ນປີເລີ່ມດຳເນີນແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ ແຕ່ປີ 2021 2025 ແລະ ຍຸດທະສາດພັດທະນາເສດຖະກິດ - ສັງຄົມ ໄລຍະ 10 ປີ ແຕ່ປີ 2021 2030.."
ເສດ​ຖະ​ກິດ ຫວຽດ​ນາມ ປີ 2021: ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​​ອີງ​ໃສ່​ການ​ປ່ຽນ​ແປງ​ໃໝ່, ປະ​ດິດ​ຄິດ​ສ້າງ - ảnh 1ກອງປະຊມສຳມະນາ “ເສດຖະກິດ ຫວຽດນາມ ປີ 2020 ຊຸກຍູ້ການເຕີບໂຕເສດຖະກິດອີງໃສ່ການປ່ຽນແປງໃໝ່, ປະດິດຄິດສ້າງ

 ກ່າວຄຳເຫັນທີ່ກອງປະຊມສຳມະນາ “ເສດຖະກິດ ຫວຽດນາມ ປີ 2020 ຊຸກຍູ້ການເຕີບໂຕເສດຖະກິດອີງໃສ່ການປ່ຽນແປງໃໝ່, ປະດິດຄິດສ້າງ" ໂດຍສະຖາບັນເສດຖະກິດ ຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 19 ມັງກອນ ຢູ່ຮ່າໂນ້ຍ, ທ່ານ ບຸ້ນເຍິດກວາງ, ປະທານສະຖາບັນບັນດິດວິທະຍາສາດ - ສັງຄົມ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:

        “ປີ 2021 ແມ່ນປີເລີ່ມດຳເນີນແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ ແຕ່ປີ 2021 2025 ແລະ ຍຸດທະສາດພັດທະນາເສດຖະກິດ - ສັງຄົມ ໄລຍະ 10 ປີ ແຕ່ປີ 2021 2030. ດັ່ງນັ້ນ, ປີ 2021 ແມ່ນປີມີຄວາມໝາຍສຳຄັນຍິ່ງຕໍ່ການພັດທະນາເສດຖະກິດໃຫ້ຊຸມປີຕໍ່ໄປ. ດັ່ງນັ້ນ, ການຕີລາຄາສະພາບການເສດຖະກິດ ຫວຽດນາມປີ 2020 ແມ່ນມີຄວາມໝາຍສຳຄັນ ເພື່ອຖອດຖອນບົດຮຽນໃຫ້ແກ່ປີ 2021 ແລະ ທັງໄລຍະຊຸມປີຕໍ່ໄປ, ປະກອບສ່ວນບັນລຸເປົ້າໝາຍເຕີບໂຕເສດຖະກິດຢ່າງວ່ອງໄວ, ມີຄຸນນະພາບ ແລະ ຍືນຍົງ.”

        ສຳລັບການເຕີບໂຕເສດຖະກິດຂອງ ຫວຽດນາມ ໃນປີ 2021, ທ່ານ ຫຼີດ້າຍຮຸ່ງ, ພະແນກເສດຖະກິດມະຫາພາກ ແລະ ລະບອບລະບອບລະບຽບການເສດຖະກິດ, ສັງກັດສະຖາບັນເສດຖະກິດ ຫວຽດນາມ ຖືວ່າ:

        “ປີ 2021 ແມ່ນປີທີ່ ຫວຽດນາມ ເລີ່ມປະຕິບັດຍຸດທະສາດພັດທະນາເສດຖະກິດໄລຍະ 5 ປີ ແລະ ໄລຍະ 10 ປີ. ນີ້ແມ່ນສິ່ງສຳຄັນທີ່ສຸດສຳລັບພື້ນຖານເສດຖະກິດ ຫວຽດນາມ, ອີງໃສ່ຮູບແບບການໄຈ້ແຍກໝູນໃຊ້ເຂົ້າໃນການຄາດຄະເນ, ພວກຂ້າພະເຈົ້າຍົກອອກການຄາດຄະເນດ້ວຍ  3 ກໍລະນີ, ໃນນັ້ນ, ເນັ້ນເຖິງກໍລະນີ ຫວຽດນາມ ອາດຈະມີການເຕີບໂຕໃນລະດັບ 5,49% ໃນປີ 2021”.


 

ຕອບກັບ

ຂ່າວ/ບົດ​ອື່ນ