ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານ
ກອງປະຊຸມລັດຖະບານປະຈຳເດືອນ 3/2017
(ພາບ: TTXVN)
(vovworld) - ຕອນເຊົ້າວັນທີ 03/04, ຢູ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມລັດຖະບານປະຈຳເດືອນ 3/2017. ເສດຖະກິດ ຫວຽດນາມ ໃນໄຕມາດ 1/2017 ມີບັນດາສັນຍານເປັນໜ້າຊື່ນຊົມ, ເສດຖະກິດມະຫາພາກເປັນປົກກະຕິ. ສິ່ງທີ່ເປັນໜ້າສົນໃຈແມ່ນ ວິສາຫະກິດສ້າງຕັ້ງໃໝ່ສືບຕໍ່ເພີ່ມຂຶ້ນຢ່າງໄວ, ໄຕມາດ 1 ວິສາຫະກິດສ້າງຕັ້ງໃໝ່ບັນລຸກ່ວາ 26.500 ແຫ່ງ, ເພີ່ມຂຶ້ນ 11% ກ່ຽວກັບຈຳນວນວິສາຫະກິດ ແລະ 45,8% ກ່ຽວກັບທຶນຮອນ. ສະພາບແວດລ້ອມແຫ່ງການດຳເນີນທຸລະກິດສືບຕໍ່ໄດ້ຮັບການປັບປຸງ.
ເຖິງຢ່າງໃດກໍ່ຕາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ພື້ນຖານເສດຖະກິດຂອງປະເທດໃນໄລຍະຈະມາເຖິງຕ້ອງເຕີບໂຕ, ຄວບຄຸມໄພເງິນເຟີ້ເພື່ອຮັບປະກັນຄວາມດຸ່ນດ່ຽງມະຫາພາກຄື: ງົບປະມານແຫ່ງລັດ, ໜີ້ສາທາລະນະ, ການລົງທຶນ, ຂາເຂົ້າຂາອອກ, ແກ້ໄຂວຽກເຮັດງານທຳ, ລາຍຮັບຂອງປະຊາຊົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ:
“ພິເສດ ຕ້ອງຍູ້ແຮງການລົງທຶນສັງຄົມ. ພວກເຮົາຫາກໍ່ປຸກລະດົມ ແລະ ປະຊາຊົນໄດ້ຕອບສະໜອງຢ່າງຂ້ຽວຂາດ, ແຂງແຮງທີ່ສຸດ. ພວກເຮົາຕ້ອງປຶກສາຫາລີນະໂຍບາຍ ເພື່ອຍູ້ແຮງການລົງທຶນສັງຄົມ. ຍ້ອນເຫດນີ້ເອງ ບັນດາການອຸທິດສ່ວນ, ການປ່ຽນໃໝ່ຢ່າງຂ້ຽວຂາດຂອງທຸກຂັ້ນ, ທຸກຂະແໜງ, ຈະສຳເລັດຜົນໄດ້ຫຼືບໍ? ສຳຄັນແມ່ນການບໍລິຫານຂອງລັດຖະບານກ່ຽວກັບເສດຖະກິດສັງຄົມ. ຕົວຢ່າງຄື: ເພີ່ມເງິນລົງທຶນ ທົ່ວສັງຄົມຂຶ້ນ 3% ເພື່ອສາມາດກວມເອົາ 35% GDP ໄດ້ຫຼືບໍ? ເຮັດແນວໃດຈັດແບ່ງແຫຼ່ງກຳລັງຕາມສັນຍານການຕະຫລາດ ເພື່ອບັນລຸໝາກຜົນດີທີ່ສຸດ? ເຮັດແນວໃດອຸດສາຫະກຳຂຸດຄົ້ນບໍ່ແຮ່ໄດ້ຮັບການຍູ້ແຮງ, ແກ້ໄຂດ້ວຍກົນໄກໃດໜຶ່ງ”.