ເສດຖະກິດ ຫວຽດນາມ ຮັກສາໄດ້ທ່າເຕີບໂຕທີ່ໝັ້ນຄົງ
(VOVWORLD) - “ເສດຖະກິດ ຫວຽດນາມ ຮັກສາໄດ້ທ່າເຕີບໂຕທີ່ໝັ້ນຄົງ” ນີ້ແມ່ນຂໍ້ສັງເກດໃນບົດລາຍງານເສດຖະກິດ ຫວຽດນາມ ໄຕມາດ 3 ຂອງສະຖາບັນຄົ້ນຄວ້າເສດຖະກິດ ແລະ ນະໂຍບາຍ ທີ່ໄດ້ປະກາດໃນຕອນເຊົ້າວັນທີ 10 ຕຸລາ ຢູ່ຮ່າໂນ້ຍ.
ຕາມນັ້ນແລ້ວ, ເສດຖະກິດ ຫວຽດນາມ ໃນໄຕມາດ 3 ໄດ້ເຕີບໂຕຢູ່ລະດັບ 6,88%, ສູງກ່ວາລະດັບການເຕີບໂຕຂອງໄຕມາດ 2. ໃນນັ້ນ ຂະແໜງຂາຍຍົກ, ຂາຍຍ່ອຍເຕີບໂຕຢ່າງວ່ອງໄວທີ່ສຸດ, ປະກອບສ່ວນຫລາຍສຸດໃຫ້ແກ່ການເຕີບໂຕລວມ ເມື່ອຕີລາຄາກ່ຽວກັບບັນດາໝາກຜົນນີ້, ທ່ານ ເລດັງແຢວງ ນັກຊ່ຽວຊານດ້ານເສດຖະກິດ ຖືວ່າ:
ນີ້ແມ່ນໝາກຜົນຂອງຄວາມມານະພະຍາຍາມໃນໄລຍະຍາວຂອງສູນກາງ ແລະ ທ້ອງຖິ່ນ ທີ່ກຳແໜ້ນໄດ້ບັນດາສັນຍານຂອງຕະຫລາດ. ຈຳນວນວິສາຫະກິດຈົດທະບຽນໃໝ່ໄດ້ເພີ່ມຂຶ້ນຫລາຍກ່ວາຈຳນວນວິສາຫະກິດຖືກລົ້ມລະລາຍ ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແລະ ລຸ້ນໜຸ່ມມີຄວາມຫ້າວຫັນກ່ວາໃນການລົງທຶນໃຫ້ກິດຈະການເລີ່ມດຳເນີນທຸລະກິດ ແລະ ສ້າງວຽກເຮັດງານທຳ.
ບົດລາຍງານຂອງສະຖາບັນຄົ້ນຄວ້ານະໂຍບາຍ ແລະ ເສດຖະກິດ ກໍ່ຄາດຄະເນວ່າ ທັງປີ 2018, GDP ຈະເຕີບໂຕຢູ່ລະດັບ 6,84%. ກ່ຽວກັບໄພເງິນເຟີ້ໃນປີ 2018. ສະຖາບັນຄົ້ນຄວ້ານະໂຍບາຍ ແລະ ເສດຖະກິດ ກໍ່ຄາດຄະເນວ່າໄພເງິນເຟີ້ຍັງຄົງຄວບຄຸມໄດຢູ່.