ເສດ​ຖະ​ກິດ​ຢູ່ຫຼາຍ​ປະ​ເທດ​ຮັບ​ຮູ້​ບັນ​ດາ​ສັນ​ຍາ​ນທີ່​ຕັ້ງ​ໜ້າ

(VOVWORLD) -ແລະກໍ່ໃນວັນດຽວກັນ ສະຫະພາບເອີລົບ ໄດ້ປັບປຸງການຄາດຄະເນການເຕີບໂຕໃນປີ ແລະ ປີ 2022 ຢ່າງແຮງ. ຕາມຄະນະກຳມະການເອີລົບ ແລ້ວ, ການເຕີບໂຕເສດຖະກິດ ຢູ່ 19 ປະເທດ ໃນ Eurozone ອາດຈະບັນລຸໄດ້ 4,3%ໃນປີ 2021 ແລະ 4,4%ໃນປີ 2022, ສູງກ່ວາຫຼາຍເມື່ອທຽບໃສ່ກັບລະດັບ 3,8% ທີ່ໄດ້ລະບຸໄວ້ໃນການຄາດຄະເນເມື່ອເດືອນກຸມພາ.
ເສດ​ຖະ​ກິດ​ຢູ່ຫຼາຍ​ປະ​ເທດ​ຮັບ​ຮູ້​ບັນ​ດາ​ສັນ​ຍາ​ນທີ່​ຕັ້ງ​ໜ້າ - ảnh 1ປະຊາຊົນໄປຊື້ເຄື່ອງຢູ່ສັບພະສິນຄ້າແຫ່ງໜຶ່ງ ຢູ່ ຍີ່ປຸ່ນ (ພາບ: TTXVN)

ພື້ນຖານເສດຖະກິດຂອງຫຼາຍປະເທດໃນນັ້ນມີຍີ່ປຸ່ນ ແລະ ເຂດນຳໃຊ້ສະກຸນເງິນລວມ ເອີລົບ (Eurozone), ໄດ້ມີບັນດາສັນຍານທີ່ຕັ້ງໜ້າ. ວັນທີ 12 ພຶດສະພາ, ລັດຖະບານ ຍີ່ປຸ່ນ ໃຫ້ຮູ້ວ່າ ເສດຖະກິດປະເທດນີ້ ພວມໄດ້ຮັບການປັບປຸງ, ດ້ວຍການສົ່ງອອກ ແລະ ການຜະລິດທີ່ໄດ້ຮັບການຟື້ນຟູຢ່າງແຮງໃນເດືອນມີນາ ພາຍຫຼັງຖືກຫຼຸດລົງ ຍ້ອນໂລກລະບາດໂຄວິດ - 19. ເປັນຄັ້ງທຳອິດນັບແຕ່ເດືອນສິງຫາ ປີ 2018, ຫ້ອງວ່າການລັດຖະບານ ຍີ່ປຸ່ນ ໄດ້ຕີລາຄາ ບັນດາດັດຊະນີເສດຖະກິດ ບັນລຸການເຕີບໂຕດີທີ່ສຸດ ຢູ່ 5 ລະດັບ, ພາຍຫຼັງດັດຊະນີເງື່ອນໄຂດຳເນີນທຸລະກິດເພີ່ມຂຶ້ນແຕ່ 3,2 ດັດຊະນີ ຈາກລະດັບ 93,1 ດັດຊະນີນັບແຕ່ເດືອນກຸມພາ.

ແລະກໍ່ໃນວັນດຽວກັນ ສະຫະພາບເອີລົບ ໄດ້ປັບປຸງການຄາດຄະເນການເຕີບໂຕໃນປີ ແລະ ປີ 2022 ຢ່າງແຮງ. ຕາມຄະນະກຳມະການເອີລົບ ແລ້ວ, ການເຕີບໂຕເສດຖະກິດ ຢູ່ 19 ປະເທດ ໃນ Eurozone ອາດຈະບັນລຸໄດ້ 4,3%ໃນປີ 2021 ແລະ 4,4%ໃນປີ 2022, ສູງກ່ວາຫຼາຍເມື່ອທຽບໃສ່ກັບລະດັບ 3,8% ທີ່ໄດ້ລະບຸໄວ້ໃນການຄາດຄະເນເມື່ອເດືອນກຸມພາ. ແລະກໍ່ໃນວັນທີ 12 ພຶດສະພາ, ຂໍ້ມູນສະຖິຕິຢ່າງເປັນທາງການຂອງລັດຖະບານ ອັງກິດ ສະແດງໃຫ້ເຫັນວ່າ ເສດຖະກິດຂອງປະເທດນີ້ພວມມີການເຕີບໂຕສູງກ່ວາກັບການຄາດຄະເນຂອງເດືອນ ມີນາທີ່ຜ່ານມາ. ລາຍລະອຽດແມ່ນ ໃນເດືອນ ມີນາ, ການເຕີບໂຕເສດຖະກິດອັງກິດ ບັນລຸໄດ້ລະດັບ 2,1%, ສູງກ່ວາຫຼາຍເມື່ອທຽບໃສ່ລະດັບ 1,3%ໂດຍບັນດານັກໄຈ້ແຍກຄາດຄະເນ.

ຕອບກັບ

ຂ່າວ/ບົດ​ອື່ນ