ເສດຖະກິດລັດເຊຍໄດ້ຜ່ານຜ່າໄລຍະຫຍຸ້ງຍາກທີ່ສຸດແລະຈະເຕີບໂຕຄືນໃໝ່ໃນສອງປີຈະມາເຖິງ

ເສດຖະກິດລັດເຊຍໄດ້ຜ່ານຜ່າໄລຍະຫຍຸ້ງຍາກທີ່ສຸດແລະຈະເຕີບໂຕຄືນໃໝ່ໃນສອງປີຈະມາເຖິງ - ảnh 1
ປະທານາທິບໍດີ  Vladimir Putin
(ພາບ: AFP)

(vovworld) - ເສດຖະກິດ​ລັດ​ເຊຍ​ ໄດ້​ຜ່ານ​ຜ່າ​ໄລຍະ​ຫຍຸ້ງຍາກ​ທີ່​ສຸດ ​ແລະ ຈະ​ເຕີບ​ໂຕ​ຄືນ​ໃໝ່​ໃນ​ສອງ​ປີ​ຈະ​ມາ​ເຖິງ. ນັ້ນ​ແມ່ນ​ຂໍ້​ສັງ​ເກດ​ທີ່ປະທານາທິບໍດີ ສະຫະພັນ​ລັດ​ເຊຍ Vladimir Putin ຍົກ​ອອກ​ມາ​ໃນ​ລາຍການ​ໂທລະພາບ​ຖ່າຍ​ທອດ​ສົດ​ວັນ​ທີ 16/4.

        ທ່ານ Putin ​ໃຫ້​ຮູ້​ວ່າ, ​ເຖິງ​ວ່າ​​ປະ​ເຊີນ​ໜ້າ​ກັບ​ການ​ກະທົບ​ທີ່​ຫຍໍ້​ທໍ້​ຈາກ​ຄຳ​ສັ່ງ​ຂວ້ຳ​ບາດ​ເສດຖະກິດ​ຂອງ​ຝ່າຍ​ຕາ​ເວັນ​ຕົກ ​ແລະ ລາຄາ​ນ້ຳມັນ​ໂລກ​ຖືກ​ຫຼຸດ​ລົງ​ຢ່າງ​ແຮງ​ກໍ່ຕາມ, ​ແຕ່​ເສດຖະກິດ​ລັດ​ເຊຍ ​ຍັງພັດທະນາ​ຢູ່. ຜະລິດ​ຕະພັນ​ກະ​ເສດ​ເພີ່ມ​ຂຶ້ນ 3,7% ​ແລະ ອັດຕາ​ວ່າງ​ງານ​ຕຳ່, ​ແຕ່​​ເຖິງ​ຢ່າງ​ໃດ​ກໍ່ຕາມ, ອັດຕາ​ໄພ​ເງິນ​ເຟີ້​ແມ່ນ 11,4% ພວມ​ກໍ່​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ໃຊ້​ສອຍ​ພາຍ​ໃນ​ປະ​ເທດ. 

        ປະທານາທິບໍດີ Putin ​ໃຫ້​ຂໍ້​ສັງ​ເກດ​ວ່າ, ລັດຖະບານ​ລັດ​ເຊຍ ​ຄວນ​ຮັດ​ແໜ້ນ​ນະ​ໂຍບາຍ​ງົບປະມານ, ​ແຕ່ກໍ່​ຕ້ອງ​ລະມັດລະວັງ​ເພື່ອ​ບໍ່​ສົ່ງ​ຜົນ​ສະທ້ອນ​ຢ່າງ​ຫຍໍ້​ທໍ້​ເຖິງ​ປະຊາຊົນ. ທ່ານ​ໃຫ້​ຂໍ້​ສັງ​ເກດ​ວ່າ, ການ​ຟື້ນຕົວ​ຫວ່າງ​ແລ້ວ​ນີ້​ຂອງ​ສະກຸນ​ເງິນ Ruble ພາຍຫຼັງ​ຖືກ​ຕົກ​ລາຄາ​ຢ່າງ​ແຮງ​ໃນ​ປີ 2014 ​ແມ່ນ​ສັນຍານ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ວົງ​ການ​ນັກ​ລົງທຶນທີ່​ມີ​ຕໍ່​ສະຫະພັນ​ລັດ​ເຊຍ.

 

ຂ່າວ/ບົດ​ອື່ນ