ເສດຖະກິດເອີລົບແລະຍີ່ປຸ່ນຈະຖືກຜົນເສຍຫາຍເມື່ອຈີນດັດປັບອັດຕາແລກປ່ຽນເງິນຢວນ

ເສດຖະກິດເອີລົບແລະຍີ່ປຸ່ນຈະຖືກຜົນເສຍຫາຍເມື່ອຈີນດັດປັບອັດຕາແລກປ່ຽນເງິນຢວນ - ảnh 1
(ພາບປະກອບ)

(vovworld) – ​ວັນ​ທີ 24/08, ໜັງສື​ພິມ Financial Times ຂອງ​ອັງກິດ ຖື​ວ່າ, ການ​ກະທຳ​ຂອງທະນາຄານ​​ຈີນ (PboC - ທະນາຄານ​ສູງ​ການ) ​ທີ່​ດັ​ດປັບ​ອັດຕາ​ແລກປ່ຽນ​ເງິນ​ຢວນ ຢ່າງ​ຕໍ​່ເນື່ອງ ​ໄດ້​​ເຮັດ​ໃຫ້​ບັນດາ​ຕະຫຼາດ​ຫາ​ກໍ​ພົ້ນ​ເດັ່ນ​ຂຶ້ນ​ຂາດ​ຄວາມ​ສະຫງົບ​ໝັ້ນ​ທ່ຽງແລະ ສົ່ງ​ຜົນ​ສະທ້ອນ​ເຖິງ​ບັນດາ​ສະ​ກຸນ​ເງິນ​ອື່ນທີ່ອີງ​ໃສ່​ເພື່ອ​ຄິດ​ໄລ່​ລາຄາສິນຄ້າ. ຕາມ​ບັນດາ​ນັກ​ຊ່ຽວຊານ​ແລ້ວ, ​​ການ​ອ່ອນ​ຕົວ​ລົງ​ຂອງ​ເງິນ​ຢວນ ຢ່າງ​ແຮງ ​ໄດ້​ເພີ່ມ​ລັກສະນະ​ແກ່ງ​ແຍ້ງ​ໃຫ້​ສິນຄ້າ​ສົ່ງ​ອອກ​ຂອງ​ຈີນ. ​ໃນ​ຂະນະ​ນັ້ນ, ທ່າ​ເຕີມ​​ໂຕ​ຢ່າງ​ຊັກ​ຊ້າ​ຂອງ​ພື້ນຖານ​ເສດຖະກິດ​ໃຫຍ່​ອັນ​ດັບ 2 ​ໃນ​ໂລກ ບວກ​ກັບ​ການ​ດັດ​ປັບ​ເງິນ​ຢວນ​ໃຫ້​ອ່ອນ​ຕົວ​ລົງ ອາດ​ຈະ​ສົ່ງ​ຜົນ​ສະທ້ອນຫຼາຍພໍ​ສົມ​ຄວນ​ໃຫ້​ຂົງ​ເຂດ​ສົ່ງ​ອອກ​ຂອງ Eurozone ​ແລະ ຍີ່ປຸ່ນ.
ຂ່າວ/ບົດ​ອື່ນ